ນັກທຸລະກິດມາເລເຊຍຊື້ກິດຈະການ ໜັງສືພິມພະນົມເປັນໂພສ

ພະນົມເປັນ ໂພສ ໜັງສືພິມພາສາອັງກິດລາຍວັນ ເຊິ່ງເປັນສື່ສິ່ງພິມອິດສະຫລະຢ່າງແທ້ຈິງສະບັບສຸດທ້າຍຂອງກຳປູເຈຍ ຖືກຊື້ໂດຍນັກທຸລະກິດຊາວມາເລເຊຍ. ຈາກການເປີດເຜີຍຂອງປະທານບໍລິສັດໃນວັນທີ 5 ພຶດສະພາ ທ່າມກາງຄວາມກັງວົນ ການຂາຍອາດເປັນສັນຍານການສິ້ນສຸດຂອງສື່ອິດສະຫລະໃນປະເທດ ກ່ອນເຖິງການເລືອກຕັ້ງທົ່ວໄປໃນທ້າຍເດືອນກໍລະກົດ.

ສຳນັກຂ່າວຣອຍເຕີລາຍງານວ່າ: ຂ່າວການຊື້ຂາຍມີຂຶ້ນທ່າມກາງການກວາດລ້າງທາງການເມືອງ ໂດຍນາຍົກລັດຖະມົນຕີ ຮຸນເຊນ ແລະ ພັນທະມິດ ຕໍ່ກຸ່ມທີ່ຖືກເບິ່ງວ່າເປັນຝ່າຍກົງກັນຂ້າມ ລວມທັງນັກການເມືອງຝ່າຍຄ້ານ, ສື່ອິດສະຫລະ ແລະ ກຸ່ມສິດທິມະນຸດ ກ່ອນເຖິງການເລືອກຕັ້ງທົ່ວໄປ.
ທ່ານ ບິລ ຄລັບ ປະທານບໍລິສັດໂພສ ມີເດຍ ຈຳກັດ ຜູ້ຈັດພິມ ພະນົມເປັນ ໂພສ ກ່າວໃນຖະແຫລງການວ່າ: ບໍລິສັດຖືກຂາຍໃຫ້ກັບທ່ານ ສິວະກຸມານ ຈີ ນັກລົງທຶນຊາວມາເລເຊຍ, ສ່ວນທ່ານ ແຊດ ວິລລຽມ ອະດີດຫົວໜ້າກອງບັນນາທິການຂອງ ພະນົມເປັນ ໂພສ ກ່າວວ່າ: ລັດຖະບານກຳປູເຈຍອາດບີບບັງຄັບໃຫ້ມີການຂາຍດັ່ງກ່າວ.
ແຄມໂບເດຍ ເດລີ ໜັງສືພິມລາຍວັນພາສາອັງກິດຂອງກຳປູເຈຍອີກສະບັບ ປິດກິດຈະການໃນປີຜ່ານມາ ຫລັງຖືກລັດຖະບານຂີດເສັ້ນຕາຍ 1 ເດືອນ ໃນການຊຳລະພາສີຈຳນວນ 6,3 ລ້ານໂດລາສະຫະລັດ.

