ອິນໂດເນເຊຍທົດລອງ “ທາງລົດໄຟຄວາມໄວສູງ” ຈາກາຕາ-ບັນດຸງ ສຳເລັດ

ໂຄງການທາງລົດໄຟຄວາມໄວສູງເສັ້ນຈາກາຕາ-ບັນດຸງ (HSR) ໃນອິນໂດເນເຊຍ ທົດລອງແລ່ນລົດຢ່າງຄອບຄຸມສຳເລັດ ໃນວັນທີ 16 ພະຈິກ ຫລັງຈາກລົດໄຟຂະບວນໜຶ່ງສຳເລັດການສັນຈອນໄລຍະທົດລອງ ລະຫວ່າງສະຖານີເຕກັລລົວເຖິງບ່ອນຜະລິດຊິ້ນສ່ວນໝາຍເລກ 4.

ຜູ້ດຳເນີນງານທາງລົດໄຟເສັ້ນນີ້ ລະບຸວ່າ: ການທົດລອງເບື້ອງຕົ້ນໄດ້ປະເມີນຊັ້ນດິນຖົມຄັນທາງ, ລາງລົດໄຟ ລວມທັງລະບົບການຈ່າຍໄຟຟ້າ, ການສື່ສານ, ສັນຍານ ແລະ ອຸປະກອນອື່ນໆ.

ຜົນການທົດລອງແລ່ນລົດເຜີຍວ່າຕົວບົ່ງຊີ້ທັງໝົດຂອງທາງລົດໄຟໄລຍະທົດລອງຜ່ານເກນການອອກແບບຢ່າງຄົບຖ້ວນ ເຊິ່ງຊ່ວຍວາງຮາກຖານໝັ້ນຄົງສຳລັບການກໍ່ສ້າງ ແລະ ການດຳເນີນງານຂອງທາງລົດໄຟໃນຂັ້ນຕໍ່ໄປ.

ລາຍງານລະບຸວ່າ: ໂຕລົດໄຟໄດ້ຮັບການອອກແບບ ແລະ ຜະລິດໃນຈີນ ດ້ວຍຄວາມໄວສູງສຸດ 385 ກິໂລແມັດຕໍ່ຊົ່ວໂມງ.

ທັງນີ້, ທາງລົດໄຟຄວາມໄວສູງເສັ້ນຈາກາຕາ-ບັນດຸງ ເປັນໂຄງການສຳຄັນພາຍໃຕ້ແຜນລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (BRI) ທີ່ຈີນນຳສະເໜີ ໂດຍເຊື່ອມໂຍງນະຄອນຫລວງຈາກາຕາຂອງອິນໂດເນເຊຍກັບເມືອງໃຫຍ່ອັນດັບ 4 ຄືບັນດຸງ ເຊິ່ງເປັນເມືອງເອກຂອງແຂວງຊວາຕາເວັນຕົກ.

ທາງລົດໄຟຄວາມໄວສູງເສັ້ນນີ້ສ້າງຈາກເຕັກໂນໂລຊີຈີນ ແລະ ມີຄວາມໄວອອກແບບ 350 ກິໂລແມັດຕໍ່ຊົ່ວໂມງ ໂດຍຈະຊ່ວຍຫລຸດໄລຍະເວລາເດີນທາງລະຫວ່າງສອງເມືອງ ຈາກຫລາຍກວ່າ 3 ຊົ່ວໂມງ ເຫລືອປະມານ 40 ນາທີ.