ຍີ່ປຸ່ນ ມອບປາກະປ໋ອງ 1,5 ລ້ານກະປ໋ອງ ໃຫ້ແກ່ ສປປ ລາວ ເພື່ອເປັນອາຫານທ່ຽງໃຫ້ນັກຮຽນ 1.423 ໂຮງຮຽນທົ່ວປະເທດ

ວັນທີ 8 ກັນຍາ 2022 ຜ່ານມານີ້ ທ່ານ ເຄນິຈິ ໂຄບາຢາຊິ ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ມອບ ປາກະປ໋ອງ ປະມານ 1,5 ລ້ານກະປ໋ອງ ຈາກປະເທດຍີ່ປຸ່ນ ໃຫ້ແກ່ ທ່ານ ຮສ. ດຣ. ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ ເພື່ອເປັນອາຫານທ່ຽງສຳລັບ ນັກຮຽນຊັ້ນປະຖົມ 1.423 ໂຮງຮຽນ ທົ່ວປະເທດເຊິ່ງຈະເຮັດໃຫ້ນັກຮຽນ 132.450 ຄົນ ມີອາຫານທ່ຽງ ເພື່ອສຸຂະພາບທີ່ດີ ເນື່ອງຈາກປາກະປ໋ງດັ່ງກ່າວບັນຈຸດ້ວຍດ້ວຍ ປາທູ ແລະ ປາຊາດີນຂອງຍີ່ປຸ່ນ.

ອາຫານໃນໂຮງຮຽນມີບົດບາດສຳຄັນໃນການຮັບປະກັນການເຂົ້າເຖິງການສຶກສາຢ່າງສະເໝີພາບ, ແລະ ຍັງເປັນການສ້າງໃຫ້ເດັກນັກຮຽນມີສຸຂະພາບ ແລະ ໂພຊະນາການທີ່ດີ, ເຊິ່ງເປັນການປະກອບສ່ວນສຳຄັນໃນການພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ. ໃນຖານະເປັນຄູ່ຮ່ວມງານທີ່ສະໜິດແໜ້ນກັບກະຊວງສຶກສາທິການ ແລະ ກິລາໃນຂົງເຂດວຽກງານອາຫານໃນໂຮງຮຽນນັບຕັ້ງແຕ່ປີ 2000 ເປັນຕົ້ນມາ, ອົງການອາຫານໂລກ ຍັງຄົງທີ່ຈະສືບຕໍ່ໃຫ້ການສະໜັບສະໜູນໂຄງການອາຫານໃນໂຮງຮຽນແຫ່ງຊາດ. ເຊິ່ງການຊ່ວຍເຫຼືອດັ່ງກ່າວລວມມີການຕິດຕັ້ງນ້ຳສະອາດ, ສຸຂະອະນາໄມ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ, ຊ່ວຍເຫຼືອຊຸມຊົນໃນການສ້າງຫ້ອງອາຫານ, ສາງເກັບເຄື່ອງ ແລະ ເຮືອນຄົວ, ສ້າງສວນຄົວໃນໂຮງຮຽນ, ນອກຈາກນີ້ຍັງມີການສ້າງເຮືອນສີຂຽວ ຫຼື ເຮືອນຮົ່ມຂອງຊຸມຊົນ ແລະ ໜອງປາ, ພ້ອມທັງດຳເນີນກິດຈະກຳການເສີມສ້າງທັກສະການຮຽນຮູ້ເຊັ່ນ: ການອ່ານໜັງສື.

ປັດຈຸບັນ, ງົບປະມານທີ່ໄດ້ຈາກການຊ່ວຍເຫຼືອຂອງຍີ່ປຸ່ນ ແມ່ນໄດ້ນຳໃຊ້ເຂົ້າໃນການຮັບປະກັນຄວາມຍືນຍົງຂອງໂຄງການ ໂດຍສະໜອງການຝຶກອົບຮົມໃຫ້ແກ່ພະນັກງານລັດຢູ່ທຸກຂັ້ນ, ເຊັ່ນດຽວກັບຊຸມຊົນທ້ອງຖິ່ນເພື່ອຈັດຕັ້ງປະຕິບັດ, ຕິດຕາມໂຄງການໃຫ້ປະສົບຜົນສຳເລັດ ແລະ ເປັນການປະກອບສ່ວນດ້ານແຮງງານ ແລະ ພືດຜົນທາງການກະເສດຂອງຊຸມຊົນ.
ທ່ານ ຮສ. ດຣ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ກ່າວວ່າ: ອາຫານໃນໂຮງຮຽນຊ່ວຍເພີ່ມອັດຕາການເຂົ້າໂຮງຮຽນ ແລະ ຊ່ວຍໃຫ້ລູກຂອງພວກເຮົາຢູ່ໃນໂຮງຮຽນໄດ້ດົນຂຶ້ນ. ການລົງທຶນໃນດ້ານໂພຊະນາການ, ສຸຂະພາບ ແລະ ການສຶກສາຂອງເດັກນ້ອຍ ແມ່ນເປັນການຊ່ວຍໃຫ້ພວກເຂົາກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ໃນຂະນະດຽວກັນກໍ່ເປັນການຊ່ວຍທຳລາຍວົງຈອນຂອງການຂາດສານອາຫານອີກດ້ວຍ. ປັດຈຸບັນນີ້ ຄອບຄົວ ແລະຊຸມຊົນເລີ່ມເຫັນຜົນປະໂຫຍດຂອງອາຫານເພື່ອສຸຂະພາບຜ່ານວຽກງານອາຫານໃນໂຮງຮຽນຫຼາຍຂຶ້ນ, ເຊິ່ງເປັນນິມິດໝາຍທີ່ດີ ເພາະມັນຈະເປັນການຊ່ວຍຫຼຸດຜ່ອນຄວາມທຸກຍາກໃນໄລຍະຍາວ
ທ່ານ ເຄນິຊິ ໂກບາຍາຊິ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ ກ່າວວ່າ: ຄວາມໝັ້ນຄົງດ້ານສະບຽງອາຫານແມ່ນມີຄວາມສຳຄັນຢ່າງຕໍ່ເນື່ອງໃນ ສປປ ລາວ. ການປັບປຸງໂພຊະນາການໂດຍສະເພາະເດັກນ້ອຍແມ່ນມີຄວາມສຳຄັນໃນລັກສະນະທີ່ຊ່ວຍຮັບປະກັນສຸຂະພາບຂອງຄົນລຸ້ນໃໝ່ ແລະ ການເຂົ້າເຖິງການສຶກສາຂັ້ນພື້ນຖານ, ເຊິ່ງເປັນບົດບາດທີ່ສຳຄັນໃນການເສີມສ້າງ ແລະ ພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ. ຍີ່ປຸ່ນ ໃນຖານະທີ່ເປັນຄູ່ຮ່ວມມືຍຸດທະສາດກັບ ສປປ ລາວ, ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນຂົງເຂດທີ່ກ່ຽວຂ້ອງເຊັ່ນ: ການຊ່ວຍເຫລືອດ້ານສະບຽງອາຫານ, ດ້ານກະສິກຳ ແລະ ການສຶກສາ, ໂດຍການຮ່ວມມືກັບອົງການສາກົນຕ່າງໆເຊັ່ນ: ໂຄງການອາຫານໂລກເປັນຕົ້ນ.

