ອະນາໄມໂລກເຜີຍອາຟຣິກາມີຜູ້ຕິດເຊື້ອໝາກສຸກລີງ 520 ກວ່າຄົນແລ້ວ

ວັນທີ 8 ກັນຍາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ມັດຊິດິໂຊ ໂມຕິ ຜູ້ອຳນວຍການລະດັບພາກພື້ນອາຟຣິກາຂອງອົງການອະນາໄມໂລກ (WHO) ເຜີຍວ່າ: ປະເທດໃນອາຟຣິກາ 11 ແຫ່ງ ກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງທີ່ໄດ້ຮັບການຢືນຢັນຜົນສະສົມ 524 ຄົນ ນັບແຕ່ຕົ້ນປີ 2022 ເຊິ່ງໃນຈຳນວນນີ້ເປັນຜູ້ເສຍຊີວິດ 12 ຄົນ.
ຜູ້ຕິດເຊື້ອພະຍາດໝາກສຸກລີງທີ່ໄດ້ຮັບການຢືນຢັນຜົນສ່ວນຫລາຍຢູ່ໄນຈີເຣຍ, ສ.ຄອງໂກ ແລະ ການາ. ສ່ວນຜູ້ເສຍຊີວິດທັງໝົດ 12 ຄົນ ແບ່ງເປັນຢູ່ໄນຈີເຣຍ 6 ຄົນ, ການາ 4 ຄົນ ແລະ ສາທາລະນະລັດອາຟຣິກາກາງ 2 ຄົນ.
ເຖິງວ່າທຸກປະເທດໃນອາຟຣິກາທີ່ມີລາຍງານການກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງຈະຍັງບໍ່ສັກວັກຊີນປ້ອງກັນພະຍາດນີ້ໃຫ້ກຸ່ມຄົນສ່ຽງສູງ, ແຕ່ອົງການອະນາໄມໂລກໄດ້ຈັດຫາຊຸດກວດພະຍາດໝາກສຸກລີງໃຫ້ຫລາຍປະເທດ ຈຳນວນ 39.000 ຊຸດ ເພື່ອເລັ່ງອັດຕາການທົດສອບພະຍາດແລ້ວ.
ພະຍາດໝາກສຸກລີງແພ່ລະບາດຜ່ານການສຳຜັດໃກ້ຊິດ ແລະ ມັກພົບຈາກການສຳຜັດທາງຜິວໜັງເຊັ່ນ: ການສຳຜັດຜື່ນ, ສະເກັດບາດແຜ ຫລື ສານຄັດຫລັ່ງຂອງຜູ້ປ່ວຍໂດຍກົງ, ການສຳຜັດພື້ນຜິວທີ່ປົນເປື້ອນເຊື້ອໄວຣັສ ຫລື ອາການສຳຜັດສານຄັດຫລັ່ງທີ່ອອກຈາກທາງເດີນຫາຍໃຈຂອງຜູ້ຕິດເຊື້ອ.
ສຳລັບການລະບາດໃຫຍ່ຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ທ່ານ ໂມຕິ ລະບຸວ່າ: ທະວີບອາຟຣິກາກວດພົບຜູ້ຕິດເຊື້ອຫລຸດລົງເປັນເວລາ 6 ອາທິດແລ້ວ ຈົນຢູ່ໃນລະດັບດຽວກັບໄລຍະທຳອິດຂອງການເກີດພະຍາດລະບາດໃຫຍ່ເມື່ອເກືອບ 3 ປີກ່ອນ.

