ຜົນວິໄຈເຜີຍວັກຊີນອີໂບລາປອດໄພ ກະຕຸ້ນພູມຕ້ານທານໃນຜູ້ໃຫຍ່-ເດັກ

ວາລະສານເດິ ນິວ ອິງແລນ ເຈີນັລ ອອຟ ເມດີຊີນ (The New England Journal of Medicine) ເຜີຍແຜ່ຜົນການສຶກສາ ເຊິ່ງລະບຸການທົດລອງແບບສຸ່ມ ແລະ ແບບຄວບຄຸມດ້ວຍຢາຫລອກ ເພື່ອປະເມີນຍຸດທະສາດການສັກວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສອີໂບລາໃນຜູ້ໃຫຍ່ ແລະ ເດັກນ້ອຍ.
ລາຍງານລະບຸວ່າ: ການສຶກສາເບື້ອງຕົ້ນເປີດຮັບອາສາສະໝັກຈາກຫລາຍພື້ນທີ່ໃນກິນີ, ໄລບີເຣຍ, ເຊຍຣາລີໂອນ ແລະ ມາລີ ເຂົ້າຮ່ວມການທົດລອງສັກວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສອີໂບລາ ຈຳນວນ 3 ຊະນິດ ເພື່ອຫາຍຸດທະສາດການສັກວັກຊີນທີ່ເໝາະສົມຕໍ່ການຢັບຢັ້ງພະຍາດລະບາດນີ້ ໂດຍຜົນການທົດລອງພົບວັກຊີນທັງໝົດມີຄວາມປອດໄພທັງສອງກຸ່ມອາຍຸ.
ຜົນການສຶກສາລະບຸວ່າ: ອາສາສະໝັກເລີ່ມຜະລິດແອນຕິບໍດີຕອບສະໜອງວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສອີໂບລາ ຫລັງຈາກສັກຄັ້ງທຳອິດຄົບ 14 ວັນ ແລະ ຍັງສາມາດກວດພົບແອນຕິບໍດີດັ່ງກ່າວໃນລະດັບທີ່ແຕກຕ່າງກັນໃນເວລາຕໍ່ມາ.
ສຳນັກຂ່າວຊິນຮົວລາຍງານວ່າ: ຄະນະນັກວິໄຈຊີ້ວ່າຜົນການສຶກສານີ້ໜ້າສົນໃຈ ເພາະວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສອີໂບລາມັນຖືກສັກໄລຍະເກີດການລະບາດ ເຮັດໃຫ້ຂໍ້ມູນກ່ຽວກັບໄລຍະເວລາການຜະລິດແອນຕິບໍດີຕອບສະໜອງວັກຊີນທີ່ໄດ້ຮັບອາດເປັນປະໂຫຍດຕໍ່ການປົກປ້ອງປະຊາກອນກຸ່ມສ່ຽງ.

