ເປີດປະຫວັດລາຊີນີອາລິຊາເບດທີ 2 ແຫ່ງສະຫະລາຊະອານາຈັກອັງກິດ

ຂ່າວການສະຫວັນນະຄົດຂອງລາຊີນີອາລິຊາເບດທີ 2 ໄດ້ສ້າງຄວາມສະເທືອນໃຈໃຫ້ແກ່ຄົນທົ່ວໂລກ ໂດຍສົມເດັດພະລາຊີນີອາລິຊາເບດທີ 2 ແຫ່ງສະຫະລາຊະອານາຈັກອັງກິດ ຫລື ພະລາຊີນີ ອາລິຊາເບດທີ 2 (Queen  Elizabeth II) ໄດ້ສິ້ນພະຊົນໃນອາຍຸ 96 ພັນສາ ທີ່ພະລາຊະວັງ Balmoral ສະກອັດແລນ ໃນວັນທີ 8 ກັນຍາ 2022 ຕາມເວລາທ້ອງຖິ່ນ.

ລາຊີນີອາລິຊາເບດ ພະອົງຖືໄດ້ວ່າເປັນກະສັດທີ່ຄອງລາດດົນທີ່ສຸດໃນອັງກິດ ແລະ ອັນດັບສອງຂອງໂລກ. ເຊິ່ງເຈົ້າຊາຍCharles ຜູ້ເປັນລູກຄົນທໍາອິດຂອງລາຊີນີ ຈະໄດ້ຂຶ້ນເປັນກະສັດທັນທີຫລັງຈາກລາຊີນີ ອາລິຊາເບດທີ 2 ສະຫວັນນະຄົດແລ້ວ.

+ ປະຫວັດຂອງ ລາຊີນີອາລິຊາເບດ ທີ 2 ຂອງລາຊະວົງອັງກິດ:

– ພະລາຊີນີ ອາລິຊາເບດທີ 2 ເກີດໃນວັນທີ 21 ເມສາ ປີ 1926 ທີ່ເມືອງ ເມແຟ ກຸງລອນດອນ, ລາຊີນີອາລິຊາເບດ ເປັນລູກສາວກົກຂອງກະສັດຈອດທີ 6 (George VI) ດຸກແຫ່ງຢອກ ກັບ ລາຊີນີອາລິຊາເບດ ໂບເວສ-ໄລອອນ (Lady Elizabeth Bowes-Lion) Duchess ແຫ່ງຢອກ.

– ເຈົ້າຍິງອາລິຊາເບດໃນເມື່ອກ່ອນເອີ້ນວ່າ ເຈົ້າຍິງ ອາລິຊາເບດ ອາເລັກຊານດ້າ ແມລີ່ ວິນສັນ (Elizabeth Alexandra Mary Windsor)

– ລາຊິນີເອລີຊາເບັດ ເລີ່ມປະຕິບັດໜ້າທີ່ຂອງກະສັດຕອນອາຍຸຍັງນ້ອຍ ແລະ ​ໄດ້​ດຳລົງ​ຕຳ​ແໜ່ງ​ເປັນ​ພັນ​ເອກ​ຂອງ​ກອງ​ບັນຊາ​ການ​ທະຫານ​ບົກ.

– ເມື່ອລາຊີນີອາລິຊາເບດອາຍຸໄດ້ 16 ພັນສາ ພະອົງໄດ້ປະຕິບັດຫນ້າທີ່ຕໍາແຫນ່ງຕ່າງໆ. ກ່ຽວ​ກັບ​ເດັກ​ນ້ອຍ ​ແລະ​ ໄວ​ຫນຸ່ມ​.

– ເມື່ອລາຊີນີອາຍຸໄດ້ 18 ພັນສາ ກໍໄດ້ຖືກແຕ່ງຕັ້ງເປັນທີ່ປຶກສາຂອງລັດຖະບານແລະໄດ້ເລີ່ມຕົ້ນປະຕິບັດຫນ້າທີ່ເພື່ອສືບທອດບັນລັງ, ຫຼັງຈາກສົງຄາມໂລກຄັ້ງທີສອງ ພະອົງໄດ້ຖືກແຕ່ງຕັ້ງເປັນຮອງຜູ້ບັນຊາການທະຫານ.

– ມາໃນປີ 1952 ລາຊີນີອາລິຊາເບດທີ 2 ໄດ້ຂຶ້ນຄອງລາດ ຫຼັງຈາກການເສຍຊີວິດຂອງກະສັດຈອດ (George VI) ພໍ່ຂອງລາຊີນີອາລິຊາເບດທີ 2, ພະອົງຂຶ້ນຄອງລາດໃນຊ່ວງສຸດທ້າຍຂອງຈັກກະວັດອັງກິດ,​ພ້ອມຮັບມືກັບຄວາມວຸ້ນວາຍທົ່ວໂລກ ແລະ ເລື່ອງຕ່າງໆພາຍໃນປະເທດ ແລະ ຍັງໄດ້ເຮັດໃຫ້ສະຖາບັນກະສັດມີຄວາມທັນສະໄໝຂຶ້ນ.

– ການຂຶ້ນຄອງລາດຊະບັນຊາຂອງລາຊີນີອາລິຊາເບດ ທີ 2 ໄດ້ຈັດຂຶ້ນໃນໜຶ່ງປີຕໍ່ມາ ໃນວັນທີ 2 ມິຖຸນາ 1953 ໃນອາຍຸ 27 ພັນສາ ທີ່ມະຫາວິຫານເວສມິນເຕີ.

– ລາຊີນີອາລິຊາເບດທີ 2 ປົກຄອງສະຫະລາດຊະອານາຈັກ ແລະ 14 ອານາຈັກອື່ນໆໃນລັດວິສາມັນຂອງອັງກິດ ແລະ ເປັນຜູ້ຍິງທີ່ຫລາຍຄົນຮູ້ຈັກຫລາຍທີ່ສຸດເທົ່າທີ່ເຄີຍມີມາ.

  ລາຊີນີອາລິຊາເບດທີ 2 ໄດ້ປະກາດແຕ່ງງານກັບຮ້ອຍ​ໂທ Phillips Mountbatten ຫລື ເຈົ້າຊາຍຟີລິບ ໃນອາຍຸ 21 ປີ  ໃນວັນທີ 20 ພະຈິກ 1947, ໄດ້ຈັດພິທີແຕ່ງງານຢູ່ທີ່ ເວສມິນເຕີແອບບີ (Westminster Abbey) ແລະ ຮ້ອຍໂທຟີລິບກໍໄດ້ດໍາລົງຕໍາແໜ່ງດຸກແຫ່ງ  Edinburgh. 

ເຈົ້າຊາຍຟີລິບ ແລະ ລາຊີນີ ອາລິຊາເບດມີທາຍາດຮ່ວມກັນ 4 ຄົນຄື:

– ລູກຊາຍກົກແມ່ນເຈົ້າຊາຍ ຊາລ ເກີດໃນປີ 1948.

– ເຈົ້າຍິງ ແອນ ພະທິດາອົງດຽວ ເກີດໃນປີ 1950.

– ເຈົ້າຊາຍ ແອນດິວ ລູກຊາຍທີສອງ ເກີດໃນປີ 1960.

– ເຈົ້າຊາຍ ເອັດເວີດ ລູກຊາຍຫລ້າ ເກີດໃນປີ 1964.

ແລະ ມີຫລານ 8 ຄົນ ແລະ ເຫລນ 12 ຄົນ.

ເຈົ້າຊາຍຟີລິບ ຫລື ດຸກແຫ່ງເອດິນບະລະ (Duke of Edinburgh) ສະຫວັນນະຄົດໃນວັນທີ 9 ເມສາ ປີ 2021 ລວມອາຍຸ 99 ພັນສາ, ໄດ້ສ້າງຄວາມໂສກເສົ້າ ສະເທືອນໃຈໄປທົ່ວປະເທດ ລວມເຖິງລາຊີນີອາລິຊາເບດທີ 2 ເຊັ່ນກັນ, ເນື່ອງຈາກທັງສອງພະອົງໄດ້ຄອງຮັກກັນມາດົນເປັນເວລາກວ່າ 7 ທົດສະວັດ.

ໜຶ່ງປີຕໍ່ມາ ລາຊີນີອາລິຊາເບດທີ 2 ກໍໄດ້ປະກົດຕົວດ້ວຍທ່າທີສົດໃສໃນຂະນະທີ່ເບິ່ງການເດີນຂະບວນຂອງກອງກຽດຕິຍົດ ໃນໂອກາດທີ່ພະອົງຄອງລາດ ຄົບຮອບ 70 ປີ ແລະ ໄດ້ເລືອກທີ່ຈະສະເຫຼີມສະຫຼອງວັນເກີດຄົບຮອບ 96 ປີຂອງພະອົງແບບສ່ວນຕົວພ້ອມໜ້າລາຊະວົງທີ່ພະລາຊະວັງ ຊານດິງແຮມ (Sandringham) ໃນຊົນນະບົດນໍຟອກ (Norfolk).

ອາການປ່ວຍຂອງພະລາຊະວັງຂອງລາຊີນີອາລິຊາເບດທີ 2 

ລາຊະສຳນັກວັງບັກກິງແຮມ ໄດ້ປະກາດວ່າ: ທີມແພດໄດ້ກວດຮ່າງກາຍຂອງ ລາຊີນີອາລິຊາເບດທີ 2 ແລະ ໄດ້ປະເມີນສຸຂະພາບຢ່າງໃກ້ຊິດໃນຕອນເຊົ້າ ເຫັນວ່າພະອົງຄວນຈະຢູ່ພາຍໃຕ້ການເບິ່ງແຍງຢ່າງໃກ້ຊິດຂອງທ່ານຫມໍ ແລະ​ ລະ​ເວັ້ນ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ຕໍາ​ແຫນ່ງ​ທັງ​ຫມົດ​ ແຕ່ພະອົງຈະຢູ່ໃນພະລາຊະວັງ Balmoral ໃນ Scotland ໂດຍບໍ່ຈໍາເປັນຕ້ອງໄປໂຮງຫມໍ ​ໂດຍ​ຖະ​ແຫຼ​ງການ​ຂອງ​ພະ​ລາຊະ​ວັງ Buckingham ຍັງໄດ້ປະຕິເສດຂ່າວທີ່ອອກມາກ່ອນໜ້ານີ້ເລື່ອງຂອງ ລາຊີນີອາລິຊາເບດທີ 2  ໄດ້ຮັບບາດເຈັບຈາກການລົ້ມນັ້ນບໍ່ແມ່ນຄວາມຈິງ.

ເຊິ່ງກ່ອນໜ້ານີ້ລາຊີນີອາລິຊາເບດທີ 2 ໄດ້ງົດການປະຕິບັດພາລະກິດຂອງຕໍາແໜ່ງເກືອບທັງໝົດ, ລວມທັງງົດການເຂົ້າຮ່ວມກອງປະຊຸມໂລກຮ້ອນ COP26 ທີ່ສະຫະລາຊະອານາຈັກເປັນຄົນຈັດຂຶ້ນ ທີ່ເມືອງ Glasgow ໃນເດືອນ ຕຸລາ ຂອງປີ 2021 ຜ່ານມາ ແລະ ງົດການເຂົ້າຮ່ວມກອງປະຊຸມສະພາຂອງສະຫະລາຊະອານາຈັກໃນເດືອນພຶດສະພາທີ່ຜ່ານມາ.

ແນວໃດກໍຕາມ ລາຊີນີອາລິຊາເບດທີ 2 (Queen Elizabeth II) ແມ່ນເປັນປະມຸກລັດທີ່ຄອງລາດຍາວນານທີ່ສຸດໃນປະຫວັດສາດອັງກິດ. ແລະ​ ເປັນ​ທີ​ສອງຂອງ​ໂລກຮອງຈາກຈາກກະສັດຫລຸຍທີ 14 (Louis XIV) ຂອງຝຣັ່ງຜູ້ທີ່ໄດ້ປົກຄອງເປັນເວລາ 72 ປີ.