ຈີນຂະຫຍາຍເວລາລັອກດາວເມືອງເສິງຕູ ແບບບໍ່ມີກຳນົດ ຫວັງສະກັດໂຄວິດ ຫລັງຜູ້ຕິດເຊື້ອແຕ່ລະວັນຍັງສູງເຖິງຫລັກຮ້ອຍ

ເສິງຕູເມືອງຫລວງຂອງມົນທົນເສສວນ ທາງຕາເວັນຕົກສຽງໃຕ້ຂອງຈີນ ຂະຫຍາຍເວລາລັອກດາວພື້ນທີ່ສ່ວນຫລາຍຂອງເມືອງອອກໄປແບບບໍ່ມີກຳນົດ ຫວັງສະກັດການລະບາດຂອງໂຄວິດ-19 ຫລັງຜູ້ຕິດເຊື້ອແຕ່ລະວັນຍັງເພີ່ມຂຶ້ນເປັນຫລັກຮ້ອຍຄົນ.

ລັດຖະບານທ້ອງຖິ່ນຂອງເມືອງເສິງຕູຕັດສິນໃຈຕໍ່ເວລາມາດຕະການລັອກດາວພາຍໃນເມືອງ ເຊິ່ງມີຜົນບັງຄັບໃຊ້ມາແຕ່ວັນທີ 1 ກັນຍາ ເຊິ່ງຈາກເດີມຄາດວ່າຈະສິ້ນສຸດໃນວັນທີ 7 ກັນຍາ ອອກໄປແບບບໍ່ມີກຳນົດ ໂດຍໃຫ້ເຫດຜົນວ່າ: ເມືອງເສິງຕູຍັງມີຄວາມສ່ຽງຕໍ່ການແພ່ລະບາດໃນບາງພື້ນທີ່ ຈຳເປັນຕ້ອງຢູ່ພາຍໃຕ້ການເຝົ້າລະວັງເປັນພິເສດ.

ຈາກຂໍ້ມູນຂອງໜ່ວຍງານທ້ອງຖິ່ນ ເມືອງເສິງຕູພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 116 ຄົນ ໃນວັນທີ 7 ກັນຍາ ຫລຸດລົງເລັກໜ້ອຍຈາກຜູ້ຕິດເຊື້ອໃໝ່ 121 ຄົນທີ່ພົບໃນວັນທີ 6 ກັນຍາ ໂດຍແບ່ງເປັນຜູ້ຕິດເຊື້ອທີ່ສະແດງອາການ 57 ຄົນ ແລະ ບໍ່ສະແດງອາການ 59 ຄົນ.

ພາຍໃຕ້ມາດຕະການລັອກດາວເຕັມຮູບແບບ ປະຊາຊົນທີ່ອາໄສຢູ່ໃນ 16 ເຂດຈາກທັງໝົດ 12 ເຂດຂອງເມືອງເສິງຕູຈະຕ້ອງເຂົ້າຮັບການກວດຫາເຊື້ອໂຄວິດ-19 ທຸກວັນ, ສ່ວນເຂດອື່ນໆ ເຊິ່ງມີການຫລຸດຜ່ອນມາດຕະການແລ້ວຍັງຕ້ອງມີການກວດຫາເຊື້ອໂຄວິດ-19 ໃຫ້ປະຊາຊົນໃນວັນສຸກ ແລະ ວັນອາທິດ.

ຂະນະດຽວກັນ, ຜູ້ທີ່ບໍ່ໄດ້ອາໄສຢູ່ໃນພື້ນທີ່ລັອກດາວເຕັມຮູບແບບຍັງບໍ່ໄດ້ຮັບອະນຸຍາດໃຫ້ເດີນທາງໄປເຂດອື່ນໆ ແລະ ບໍ່ສາມາດເດີນທາງອອກຈາກເມືອງເສິງຕູໄດ້ ຖ້າບໍ່ມີເຫດຜົນຈຳເປັນ ໂດຍນະໂຍບາຍດັ່ງກ່າວອາດມີການປ່ຽນແປງໄປຕາມສະຖານະການການແພ່ລະບາດທີ່ເກີດຂຶ້ນ.

ອ້າງອີງ:

https://www.channelnewsasia.com/…/chinas-chengdu-city…

https://www.theguardian.com/…/chengdu-chinese-city-of…