ປທສ ລະນຶກວັນຕ້ານການສໍ້ລາດບັງຫລວງສາກົນ

ຂປລ. ໃນວັນທີ 9 ມັງກອນ 2018, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດປາຖະກະຖາລະນຶກ ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 14 ປີ (9 ທັນວາ 2003- 9 ທັນວາ 2017), ຊຶ່ງຈຸດປະສົງກໍເພື່ອເຮັດໃຫ້ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄະນະພັກ, ຄະນະນຳ ແລະ ພະນັກງານ-ລັດຖະກອນໃນການຕິດຕາມ, ກວດກາ ແລະ ແກ້ໄຂພຶດຕິກຳທີ່ເປັນການສໍ້ລາດບັງຫລວງຢ່າງກວ້າງຂວາງ ແລະ ເລິກ ເຊິ່ງ.
ໃຫ້ກຽດໃນການປາຖະກະຖາໃນຄັ້ງນີ້, ໂດຍທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເຊິ່ງມີຄະນະພັກ, ພະນັກງານຫລັກແຫລ່ງໃນກະຊວງດັ່ງກ່າວເຂົ້າຮ່ວມເປັນຈຳນວນຫລາຍ ເພື່ອແນໃສ່ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ, ຄະນຳແຕ່ລະຂັ້ນ ໃນການຕິດຕາມກວດກາ ແລະ ແກ້ໄຂ ບັນດາກໍລະນີທີ່ມີພຶດຕິກຳການສໍ້ລາດບັງຫລວງ ແລະ ທັງເປັນການທົບທວນຄືນ ການສ້າງຕັ້ງວັນຕ້ານການສໍ້ລາດບັງຫລວງສາກົນ ແລະ ການຈັດຕັ້ງປະ ຕິບັດການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຢູ່ໃນຂະແໜງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອເຮັດໃຫ້ວຽກງານດັ່ງກ່າວກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທຸກຄົນໃນການຕິດຕາມ, ກວດກາ ແລະ ແກ້ໄຂພຶດຕິກຳທີ່ເປັນການສໍ້ລາດບັງຫລວງຢ່າງກວ້າງຂວາງ ແລະ ເລິກເຊິ່ງ.
ພ້ອມນີ້, ທ່ານປະທານ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳແຕ່ລະຂັ້ນ ເອົາໃຈໃສ່ເຊື່ອມຊືມ, ເຜີຍແຜ່ ແລະ ນຳໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ກໍຄືຍຸດທະສາດຕ້ານການສໍ້ລາດບັງຫລວງແຕ່ນີ້ ຮອດປີ 2020, ດຳລັດວ່າດ້ວຍການແຈ້ງຊັບສິນ ແລະ ລາຍຮັບ, ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ບັນດາຂໍ້ຫ້າມຕ່າງໆ, ພ້ອມທັງໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ແກ້ໄຂບັນດາກໍລະນີ ທີ່ມີພຶດຕິກຳການສໍ້ລາດບັງຫລວງໃຫ້ເດັດຂາດ, ເຂັ້ມງວດ, ທັນການ ແລະ ສັກສິດຕາມລະບຽບການ.

