ມາເລເຊຍ ແລະ ສິງກະໂປຈະເປີດດ່ານຊາຍແດນເພື່ອໃຫ້ມີການເຄື່ອນໄຫວທຸລະກິດທີ່ຈຳເປັນ

ວັນທີ 14 ກໍລະກົດນີ້, ກະຊວງການຕ່າງປະເທດ ມາເລເຊຍໃຫ້ຮູ້ວ່າ: ປະເທດມາເລເຊຍ ແລະ ປະເທດໃກ້ຄຽງສິງກະໂປ ໄດ້ເຫັນດີນຳກັນໃນນຳໃຊ້ຂໍ້ກຳນົດເສັ້ນທາງສີຂຽວ(RGL) ແລະ ຈັດວາງຕາຕະລາງການໄປມາຫາສູ່ກັນເປັນແຕ່ລະໄລຍະຮ່ວມກັນ(PCA) ພ້ອມກັນນັ້ນກໍຢືນຢັນວ່າ ການວາງສອງມາດຕະການຂ້າງເທິງນັ້ນແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນສອງປະເທດທີ່ຢາກໄປມາຫາສູ່ກັນ.
(ໜັງສືພິມ ລາວພັດທະນາ)
RGL: ແມ່ນການເປີດເສັ້ນຊາຍແດນເພື່ອຈຸດປະສົງທາງທຸລະກິດທີ່ຈຳເປັນ ແລະ ຕົ້ນຕໍລະຫວ່າງສອງປະເທດເທົ່ານັ້ນ.
PCA: ແມ່ນການເປີດເສັ້ນຊາຍແດນເພື່ອໃຫ້ປະຊາຊົນສິງກະໂປ ແລະ ມາເລເຊຍ ທີ່ໄດ້ຮັບໃບອະນຸຍາດເຂົ້າເມືອງເພື່ອດຳເນີນທຸລະກິດ ແລະ ເຮັດວຽກຢູ່ໃນປະເທດອື່ນ ຫຼື ເຮັດວຽກຢູ່ໃນປະເທດນັ້ນໆໄດ້. ຂໍ້ກຳນົດດັ່ງກ່າວຍັງລະບຸວ່າ: ພາຍຫຼັງເຮັດວຽກໄດ້ 3 ເດືອນແລ້ວ ກໍສາມາດກັບຄືນປະເທດໄດ້ ແລະ ຫຼັງຈາກນັ້ນກໍກັບມາເຮັດວຽກໄດ້ອີກຄືເກົ່າ ແລະ ເຮັດວຽກເປັນເວລາ 3 ເດືອນໃນຮອບຕໍ່ໄປ.
ມາເລເຊຍ ແລະ ສິງກະໂປຍັງເຫັນດີໃຫ້ມີການຊຸກຍູ້ໂຄງການຮ່ວມມືດ້ານອື່ນໆທີ່ເຫັນວ່າມີຄວາມເໝາະສົມ ແລະ ຈຳເປັນນຳກັນຕື່ມອີກ ເພື່ອຈຸດປະສົງໄປມາຫາສູ່ກັນໄດ້ປົກກະຕິ, ໃນນັ້ນມີໂຄງການຜ່ານເສັ້ນຊາຍແດນທຸກວັນໄດ້ເພື່ອຈຸດປະສົງໃນການເຮັດວຽກຂອງປະຊາຊົສອງ
ປະເທດ.
ຂ່າວ: ລູກເມືອງພວນ (ແຫຼ່ງຂ່າວ baotintuc)
(ໜັງສືພິມ ລາວພັດທະນາ)

