ຊິມິໂອເນ ຍອມຮັບສະໂມສອນສັ່ງໃຫ້ຈຳກັດເວລາໃນສະໜາມຂອງ ກຣີສມັນ

ດີເອໂກ ຊິເມໂອເນ ຜູ້ຈັດການທີມຂອງ ແອັດເລຕີໂກ ມາດຣິດ ຍອມຮັບຖືກສະໂມສອນສັ່ງໃຫ້ຈຳກັດເວລາໃນສະໜາມຂອງ ອອງຕວນ ກຣີສມັນ ດາວຍິງຊາວຝຣັ່ງ ເພື່ອຫລີກລ່ຽງການຈ່າຍເງິນຈຳນວນຫລາຍເພື່ອຊື້ຕົວມາຮ່ວມທີມ ຢ່າງຖາວອນຕາມ ເງື່ອນໄຂທີ່ຕົກລົງເອົາໄວ້ກັບ ບາເຊໂລນາ.
ດີເອໂກ ຊິເມໂອເນ ຍອດຜູ້ຈັດການທີມຂອງ ແອັດເລຕີໂກ ມາດຣິດ ທີມດັງຂອງສະເປນ ຍອມຮັບໄດ້ຮັບຄຳສັ່ງຈາກສະໂມສອນ ໃຫ້ຈຳກັດເວລາໃນສະໜາມຂອງ ອອງຕວນ ກຣີສມັນ ດາວຍິງທີມຊາດຝຣັ່ງ ບໍ່ໃຫ້ເກີນນັດລະ 45 ນາທີ ຫລັງກອງໜ້າອາຍຸ 31 ປີ ຖືກລົງຫລິ້ນເປັນຕົວສຳຮອງເປັນເກມທີ 4 ຕິດຕໍ່ກັນໃນ ລາ ລີກາ ລະດູການນີ້ ໃນນັດທີ່ທີມ ບຸກໄປສະເໝີ ຣິລ ໂຊເຊຍດັດ 1-1 ເມື່ອວັນເສົາທີ່ຜ່ານມາ.
ກຣີສມັນ ຖືກສົ່ງລົງມາຫລິ້ນແທນ ໂຣດຣີໂກ ເດິ ປອລ ໃນນາທີທີ 63 ຂອງເກມທີ່ ເຣອາເລ ອາຣີນາ ແລະ ຊິເມໂອເນ ກໍຍອມຮັບວ່າ ທຸກຢ່າງເປັນໄປຕາມຄຳສັ່ງຂອງສະໂມສອນທີ່ຍັງບໍ່ຕ້ອງການຊື້ ດາວຍິງຊາວຝຣັ່ງ ມາຮ່ວມທີມຢ່າງຖາວອນຕາມເງື່ອນ ໄຂທີ່ຕົກລົງເອົາໄວ້ໃນສັນຍາຢືມຕົວຈາກ ບາເຊໂລນາ ທີ່ລະບຸວ່າ : ຫາກ ກຣີສມັນ ລົງຫລິ້ນເກີນ 45 ນາທີ ເປັນຈຳນວນ 14 ນັດໃນລະດູການນີ້ ແອັດ ມາດຣິດ ຕ້ອງຈ່າຍເງິນ 35 ລ້ານປອນຊື້ລາວມາຮ່ວມທີມຢ່າງຖາວອນດ້ວຍສັນຍາ 2 ປີທັນທີ.

