ຢູຟ້າ ກຽມເລື່ອນ ບານເຕະ ຢູໂຣ 2020 ໃຫ້ແຂ່ງຂັນເດືອນທັນວາ..!


ຢູຟ້າ ຫຼື ສະຫະພັນບານເຕະເອີຣົບ ກຳລັງພິຈາລະນາເລື່ອນການແຂ່ງຂັນ ຢູໂຣ 2020 ອອກໄປແຂ່ງໃນເດືອນທັນວາ ພ້ອມປະຊຸມຜູ້ທີ່ກ່ຽວຂ້ອງເພື່ອຫາຂໍ້ສະຫລຸບວ່າ ໃນການແຂ່ງຂັນບານເຕະຢູຟ້າແຊ້ມປ້ຽນລີກ, ຢູໂຣປ້າລີກ ແລະ ບານເຕະຢູໂຣ 2020, ຈະມີການແຂ່ງຫຼືບໍ່ ຫຼັງຈາກທີ່ມີເຊື້ອໄວຣັສ ໂຄວິດ-19 ລະບາດໜັກໃນທະວີບເອີຣົບ, ລວມໄປເຖີງບຸກຄົນໃນວົງການກີລາຕິດເຊື້ອຈາກໄວຣັສດັ່ງກ່າວ.

ຢູຟ້າ ຈະຕັດສິນໃຈ ເລື່ອນການແຂ່ງຂັນອອກໄປເປັນ ເດືອນທັນວານີ້
ເພາະຈະໄດ້ທົດສອບການຈັດການແຂ່ງຂັນບານເຕະໂລກ 2022 ທີ່ປະເທດກາຕາເປັນເຈົ້າພາບ ໃນເດືອນ
ພະຈິກ-ທັນວາ. ແຕ່ ຢູຟ້າ ກໍ່ໄດ້ກຽມແຜນສຳຮອງເອົາໄວ້ຄືເລື່ອນການແຂ່ງຂັນອອກໄປອີກ 1 ປີ ໄປແຂ່ງຂັນໃນຊ່ວງກາງປີ
2021.

ທາງດ້ານບານເຕະ ຢູຟ້າແຊ້ມປ້ຽນລີກ ແລະ ຢູໂຣປ້າລີກ, ທາງ ຢູຟ້າ ກຽມຢື່ນຂໍ້ສະເໜີໃຫ້ການແຂ່ງຂັນຮອບ 8 ທີມສຸດທ້າຍກັບຮອບຮອງຊະນະເລີດ ໃຫ້ແຂ່ງຂັນແບບນັດດຽວຈົບ (ຈາກເດີມຄືເຕະ2ນັດໄປກັບ) ແລະ ໃຊ້ສະ ໜາມກາງເພື່ອຄວາມຍຸດຕິທຳຂອງທັງສອງທີມ.

