ຫລາຍພາກສ່ວນ ແຂວງອຸດົມໄຊ ເລັ່ງຊ່ວຍກັນຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຫລັງໄດ້ຮັບຜົນກະທົບຈາກອຸທົກກະໄພ

ທຸກອົງການຈັດຕັ້ງ ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ກຳລັງຊາວໜຸ່ມພາຍໃນເມືອງຫຼາ ລົງຊ່ວຍຟື້ນຟູຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນຫຼັງຖືກອຸທົກກະໄພນ້ຳຖ້ວມ ໂດຍມີກຳລັງປ້ອງກັນຊາດຈາກກອງພົນຮາບທີ 3, ຈຳນວນ 300 ກວ່າຄົນ.
ລາຍງານຫລ້າສຸດຈາກຂ່າວແຂວງອຸດົມໄຊ ໃນວັນທີ 30 ສິງຫາ 2022 ຜ່ານມານີ້ໃຫ້ຮູ້ວ່າ: ທົ່ວແຂວງອຸດົມໄຊໄດ້ຮັບຜົນກະທົບ ໃຫ້ 4 ເມືອງ ຄື: ເມືອງໄຊ, ເມືອງນາໝໍ້, ເມືອງງາ ແລະເມືອງຫລາ: ມີ 41 ບ້ານ,1036 ຫລັງຄາເຮືອນ, ພົນລະເມືອງ 3.152 ຄົນ, ຍິງ 1.329 ຄົນ
ເສຍຊີວິດ: 2 ຄົນ, ບາດເຈັບ: 3 ຄົນ, ເຮືອນໄຫລ 94 ຫລັງ, ເລົ້າເຂົ້າໄຫລ: 27 ຫລັງ, ຕາຂ່າຍໄຟຟ້າຖືກຕັດຂາດ: 2 ເມືອງ (ເມືອງຫລາ ແລະ ເມືອງນາໝໍ້), ເສົາໄຟຟ້າເສຍຫາຍ: 307 ຕົ້ນ
ເສັ້ນທາງຫລວງແຫ່ງຊາດເສຍຫາຍ:127.8 ກມ ເສັ້ນທາງຫລວງ 21: 50 ກມ ແລະ 13 ເໜືອ 750 ກ, ຂົວເປ້ເພ: 3 ແຫ່ງ, ຂົ້ວຖືກຕັດຂາດ: 15 ແຫ່ງ (ລວມທັງຂົວທາງຫລວງ ແລະ ຊົນນະບົດ)
ດິນເຈື່ອນຖົມທາງ: ຫລາຍຈຸດເຄື່ອງວັດແທກລະດັບນໍ້າ, ເຄື່ອງເຕືອນໄພ: ເສຍຫາຍທັງໝົດລະບົບປະປາເສຍຫາຍ 2ເມືອງ (ເມືອງໄຊ ແລະ ເມືອງຫລາ) ໂຮງຮຽນຖືກຜົນກະທົບ: 5 ແຫ່ງໂຮງໝໍຖືກຜົນກະທົບໜັກ 2 ເມືອງ (ເມືອງຫລາ ແລະ ເມືອງນາໝໍ້).
ເນື້ອທີ່ການຜະລິດແລະຜົນຜະລິດຂອງປະຊາຊົນເສຍຫາຍເບື້ອງຕົ້ນທັງໝົດ 35 ເຮັກຕາ ໃນນັ້ນເນື້ອທີ່ນາ ເສຍຫາຍ ຈໍານວນ 20 ເຮັກຕາ, ເຂົ້າເນີນສູງ 8 ເຮັກຕາ ແລະ ເນື້ອທີ່ສວນ 7 ເຮັກຕາ.
ສ່ວນລາຍລະອຽດຈະລາຍງານໃຫ້ບັນດາທ່ານຮັບຊາບເປັນແຕ່ລະໄລຍະ.
ທີ່ມາ: ສະຖານີວິທະຍຸໂທລະພາບແຂວງອຸດົມໄຊ

