ເມືອງເງິນ ​ແລະ ອໍາເພີສະເຫຼີມພະກຽດ ຮ່ວມກັນແກ້ໄຂບັນຫາໄຟປ່າ

       ເພື່ອປະຕິບັດໂຄງການປະສານງານ ແລະ ສົ່ງເສີມການຮ່ວມມືໃນການແກ້ໄຂບັນຫາໄຟປ່າ ແລະ ຄວັນໄຟໃນລະດັບທ້ອງຖິ່ນ ປະຈໍາປີ 2020 ຢູ່ບໍລິເວນຊາຍແດນ ລາວ-ໄທ ໂດຍສະເພາະແມ່ນເຂດຊາຍແດນລະຫວ່າງເມືອງເງິນ ແຂວງໄຊຍະບູລີ ສປປ ລາວ ແລະ ອໍາເພີສະເຫຼີມພະກຽດ ຈັງຫວັດນ່ານ ຣາຊະອານາຈັກໄທ ​ແນ​ໃສ່ເຮັດໃຫ້ຊາຍແດນດັ່ງກ່າວປາສະຈາກໄຟປ່າ ແລະ ຄວັນໄຟ ຊຶ່ງສົ່ງຜົນກະທົບຕໍ່ການດໍາລົງຊີວິດ, ສຸຂະພາບ, ສິ່ງແວດລ້ອມ ແລະ ວິໄສທັດໃນການຄົມມະນາຄົມສັນຈອນຂອງປະຊາຊົນ 2 ຊາດ ລາວ-ໄທ ຄືໃນວັນທີ 4 ກຸມພານີ້ ເມືອງເງິນ ແລະ ອໍາເພີສະເຫຼີມພະກຽດ ຈຶ່ງໄດ້ຮ່ວມກັນຈັດກອງປະຊຸມວ່າດ້ວຍການປ້ອງກັນ ແລະ ການແກ້ໄຂບັນຫາໄຟໄໝ້ລາມປ່າ ແລະ ຄວັນໄຟ ປະຈໍາປີ 2020 ຂຶ້ນທີ່ຊາຍແດນເມືອງເງິນ ​ແລະ ອໍາເພີສະເຫຼີມພະກຽດຢ່າງເປັນທາງການ ​ໂດຍ​ການເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ວໍລະກິດຕິ ສຣີທິພາກອນ ຜູ້ວ່າຣາຊະການຈັງຫວັດນ່ານ, ພ້ອມດ້ວຍເຈົ້າເມືອງເງິນ, ນາຍອໍາເພີສະເຫຼີມພະກຽດ ແລະ ອໍານາດການປົກຄອງທັງສອງເມືອງດັ່ງກ່າວ ເພື່ອ​ເພີ່ມ​ທະວີການຮ່ວມມືລະຫວ່າງອໍານາດການປົກຄອງທ້ອງ​ຖິ່ນ ໂດຍສະເພາະແມ່ນປະຊາຊົນທີ່ຢູ່ລຽບເຂດຊາຍແດນໃນການປ້ອງກັນ ແລະ ແກ້ໄຂບັນຫາໄຟປ່າ ແລະ ຄວັນໄຟຮ່ວມກັນ ແລະ ເພື່ອ​ເສີມ​ຂະຫຍາຍສາຍພົວພັນໄມຕີຈິດມິດຕະພາບ ​ແລະ ການ​ຮ່ວມ​ມື​ຊ່ວຍ​ເຫລືອທີ່ດີຕໍ່ກັນ​ໃຫ້​ຍືນ​ຍົງ​ຍາວ​ນານ.    

      ໃນກອງປະຊຸມ, ການນໍາຂອງແຕ່ລະແຂວງໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນທີ່ມີປະໂຫຍດສຳລັບການປ້ອງກັນ ແລະ ສະກັດ​ກັ້ນບັນຫາໄຟປ່າ ແລະ ຄວັນໄຟຂອງທັງສອງຊາດ ​ແລະ ໄດ້ຍົກໃຫ້ເຫັນຜົນຮ້າຍຂອງການຈູດປ່າ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ການທໍາມາຫາກິນ, ຕໍ່ຊັບພະຍາກອນທໍາມະຊາດ, ຕໍ່ລະບົບຫາຍໃຈ, ຕໍ່ການຄົມມະນາຄົມ ແລະ ອື່ນໆ, ເປັນການສ້າງຜົນເສຍຫາຍຢ່າງມະຫາສານໃຫ້ແກ່ປະເທດ. ພ້ອມດຽວກັນນັ້ນ, ການນໍາຂອງທັງ 2 ແຂວງຍັງໄດ້ຮຽກຮ້ອງມາຍັງປະຊາຊົນຜູ້ຢູ່ລຽບຊາຍແດນ ຈົ່ງຮ່ວມມືຮ່ວມໃຈກັນ ແລະ ເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນບັນຫາໄຟປ່າ ເພື່ອບໍ່ໃຫ້ເກີດມີຄວັນໄຟລ່ອງລອຍຕາມອາກາດ.

      ໃນຕອນທ້າຍຂອງກອງປະຊຸມ, ການນໍາທັງ 2 ແຂວງ ແລະ 2 ເມືອງ ກໍໄດ້ເຂົ້າຮ່ວມພິທີເຮັດທົດລອງການປ້ອງກັນບໍ່ໃຫ້ເກີດມີໄຟໄໝ້ລາມປ່າ ​ແລະ ຮ່ວມທາສີຫຼັກໝາຍຊາຍແດນ ຫຼັກທີ 3 ຫາ ຫຼັກທີ 17 ທີ່​ເປັນ​ສັນຍາ​ລັກ​ແຫ່ງ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ນັບ​ມື້​ແໜ້​ນ​ແຟ້ນຍິ່ງ​ຂຶ້ນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ