ເກີດເຫດຄວາຍຕາຍເກື່ອນ 14 ໂຕ ຢູ່ບ້ານໜອງດົງ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໂດຍບໍ່ຮູ້ສາເຫດທີ່ແນ່ນອນ

ນາຍບ້ານຫ້ວຍນໍ້າຍຸນ ເມືອງປາກງື່ມໃຫ້ຂໍ້ມູນເບື້ອງຕົ້ນວ່າ ວັນທີ 29 ສິງຫາ 2022 ນີ້ເກີດເຫດມີຄວາຍຕາຍໂດຍບໍ່ຮູ້ສາເຫດທີ່ແນ່ນອນ 14 ໂຕ , ຍັງມີການເຝົ້າຕິດຕາມອີກ 4 ໂຕ ແລະ 7 ໂຕແມ່ນແຂງແຮງ, ເປັນຄວາຍຂອງທ່ານເກີດ ວົງພະຈັນ ຊາວບ້ານຫ້ວຍນໍ້າຍຸນ ເມືອງປາກງື່ມ ໃນມື້ດຽວກັນສັດຕະວະແພດເມືອງໄດ້ລົງຕິດຕາມກວດຫາ ເກັບຕົວຢ່າຫາສາເຫດຂອງການຕາຍ ແຕ່ຍັງບໍ່ມີຜົນຢືນຢັນເທື່ອ ຫາກມີຂໍ້ມູນຄວາມຄືບໜ້າຈະມາລາຍງານໃຫ້ທ່ານໄດ້ຮັບຊາບຕື່ມພາຍຫລັງ.