ແຂວງອັດຕະປື ທຳລາຍເຄື່ອງມືຫາປາທີ່ຜິດກົດໝາຍ ປະເພດ ໝໍ້ດູດ-ໝໍ້ຊ໋ອດປາ

ວັນທີ 4 ກໍລະກົດ 2023, ກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ທຳລາຍເຄື່ອງມືຫາປາທີ່ຜິດກົດໝາຍ ປະເພດ ໝໍ້ດູດ-ໝໍ້ຊ໋ອດປາຈຳນວນໜຶ່ງ.

ທ່ານ ພັນໂທ ຄຳໄຫວ ແດງຄຳໃບ ຫົວໜ້າພະແນກສິ່ງແວດລ້ອມ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ລາຍງານຜົນການເຄື່ອນໄຫວເຮັດວຽກສະກັດກັ້ນການລັກລອບຫາປາ ແລະ ສັດນໍ້າອື່ນໆໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຊິ່ງໃນກາງເດືອນ ພຶດສະພາ 2023 ຜ່ານມານີ້ວ່າ: ພາຍຫຼັງເຈົ້າໜ້າທີ່ຕໍາຫຼວດສິ່ງແວດລ້ອມ ປກສ ແຂວງ ໄດ້ປະຕິບັດວຽກງານວິຊາສະເພາະຕາມເຂດແມ່ນໍ້າເຊກອງ ເມືອງສາມັກຄີໄຊ ແຂວງອັດຕະປື ພົບເຫັນປະຊາຊົນຈຳນວນໜຶ່ງທີ່ລັກລອບນຳໃຊ້ເຄື່ອງໜໍ້ຊ໋ອດປາໂດຍບໍ່ຖືກຕ້ອງຕາມກົດໝາຍ, ດັ່ງນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວພ້ອມຂອງກາງປະເພດ ໝໍ້ດູດ-ໝໍ້ຊ໋ອດຈຳນວນ 13 ເຄື່ອງ, ສ່ວນພໍ່ຄ້າຂາຍເຄື່ອງມືຫາປາ ເຈົ້າໜ້າທີ່ໄດ້ນໍາມາສືບສວນ-ສອບສວນ ແລະ ພ້ອມຮັບສາລະພາບວ່າ: ເຄື່ອງດັ່ງກ່າວນຳເຂົ້າມາແຕ່ປີ 2022 ທີ່ຮ້ານແຫ່ງໜຶ່ງຢູ່ຕະຫຼາດຊັ່ງຈຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີຈຳນວນ 20 ເຄື່ອງ, ໄດ້ຂາຍອອກແລ້ວ 7 ເຄື່ອງ, ສ່ວນຜູ້ກ່ຽວທີ່ກະທຳຜິດໃຊ້ໝໍ້ຊ໋ອດ-ໝໍ້ດູດປາ ແລະ ຜູ້ຂາຍແມ່ນທາງເຈົ້າໜ້າທີ່ໄດ້ສືກສາອົບຮົມ ແລະ ປັບໃໜຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້.