ເຫັນດີອະນຸມັດໃຫ້ເປິດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ໃນວັນທີ 13-22 ທັນວາ 2012

ວັນທີ 25 ສິງຫາ 2022 ນີ້ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນໍາ ຂອງກອງປະຊຸມ ນາຍົກ-ຮ້ອງນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້ :
1. ເຫັນດອະນຸມັດໃຫ້ເປິດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ໃນວັນທີ 13-22 ທັນວາ 2012 ຕາມການສະເໜີຂອງຄະນະຮັບຜິດຊອບຈັດງານມະຫາກໍາກິລາ ແຫ່ງຊາດ ຄັ້ງທີ XI.

2. ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນໃຈກາງສົມທົບກັບອົງການປ້ກຄອງ ແຂວງຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງ ກະກຽມຄວາມພ້ອມ ແລະ ເງື່ອນໄຂສິ່ງອໍານວຍ ຄວາມສະດວກດ້ານຕ່າງໆ ທັງຮັບປະກັນຄວາມປອດໄພຮອບດ້ານ ເພື່ອເຮັດໃຫ້ການຈັດງານກິລາ ມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ດັ່ງກ່າວ ສໍາເລັດເປັນຢ່າງດີ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.