ອິນໂດເນເຊຍ ຕີລາຄາສູງບົດບາດຂອງສະພາວິສາຫະກິດ ອາເມລິກາ-ອາຊຽນ

ຂ່າວສານຫວຽດນາມລາຍງານວ່າ: ວັນທີ 24 ສິງຫາ 2022 ຜ່ານມາ, ຢູ່ ວັງ ເມີເດກ້າ, ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີ ອິນໂດເນເຊຍ ໄດ້ຕ້ອນຮັບຄະນະຜູ້ແທນສະພາວິສາຫະກິດ ອາເມລິກາ-ອາຊຽນ ເພື່ອປຶກສາຫາລືເພີ່ມທະວີການຮ່ວມມືໃນຂົງເຂດສາທາລະນະສຸກ, ການຫັນເປັນດິຈິຕອນ ແລະ ການຫັນ ປ່ຽນດ້ານພະລັງງານ.
ທ່ານນາງ ເຣດໂນ ມາຊຸດີ ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ: ຄະນະຜູ້ແທນ 35 ທ່ານ, ຕາງໜ້າໃຫ້ບັນດາວິສາຫະກິດ ອາເມລິກາ ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ຊອກຫາກາລະໂອກາດລົງທຶນຢູ່ ອິນໂດເນເຊຍ. ໃນການພົບປະ, ທ່ານ ໂຈໂກ ວິໂດໂດ ໄດ້ປຶກສາຫາລືກ່ຽວກັບທ່າແຮງການຮ່ວມມືດ້ານທຸລະກິດຂອງ ອິນໂດເນເຊຍ ໃນການພັດທະນາການຄ້າ, ການຜະລິດ ແລະ ອຸດສະຫະກຳ ກໍ່ຄືໃນດ້ານຂະແໜງການອື່ນໆ.
ໃນດ້ານການຫັນປ່ຽນພະລັງງານ, ອິນໂດເນເຊຍ ມີຄວາມເຂັ້ມແຂງໃນການຫັນປ່ຽນພະລັງງານ, ຊຶ່ງສາມາດຮັບປະກັນຄວາມຢືດຢຸ່ນຂອງພະລັງງານ. ສຳລັບເສດຖະກິດດີຈິຕອນ, ອິນໂດເນເຊຍ ພວມພະຍາຍາມພັດທະນາເພື່ອຕອບສະໜອງຮັບໃຊ້ຜົນປະໂຫຍດສູງສຸດຂອງປະຊາຊົນ.
ໃນຂະນະດຽວກັນ, ສະພາວິສາຫະກິດ ອາເມລິກາ-ອາຊຽນ ກໍ່ຢືນຢັນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບ ອິນໂດເນເຊຍ ໃນບັນດາຂົງເຂດພະລັງງານ, ການຫັນເປັນດີຈິຕອນ, ສາທາລະນະສຸກ ແລະ ການທ່ອງທ່ຽວ. ສະພາວິສາຫະກິດ ອາເມຣິກາ-ອາຊຽນ ຍັງໄດ້ສະໜັບສະໜູນ ແລະ ຕີລາຄາສູງຕໍ່ ອິນໂດເນເຊຍ ໃນບົດບາດຂອງຕົນໃນຖານະເປັນປະທານໝູນວຽນ G20 ແລະ ການເປັນປະທານໝູນວຽນ ອາຊຽນ ໃນປີ 2023.
ຂ່າວ: ປະຊາຊົນ

