ຄ້າຍລົດຊື່ດັງ ສະເໜີ 2 ລ້ານປອນ ຂໍເປັນຜູ້ສະໜັບສະໜູນ ຮີໂຣສາວອັງກິດ ຊຸດແຊ໊ມຢູໂຣ 2022


ຫລາຍບໍລິສັດຕໍ່ຄິວຂໍເປັນສະປອນເຊີ ໂຄລອີ ເຄລລີ ຜູ້ຍິງປະຕູໄຊໃຫ້ອັງກິດ ຄວ້າແຊ໊ມບານຍິງ ຢູໂຣ 2022 ຫລ້າສຸດ ມີຄ້າຍລົດຊື່ດັງຍື່ນຂໍ້ສະເໜີແລ້ວ.
‘‘ Daily mail ’’ ສື່ຊື່ດັງຂອງອັງກິດລາຍງານວ່າ ແລນ ໂຣເວີ ( Land Rover ) ບໍລິສັດຜູ້ຜະລິດລົດຍົນຊື່ດັງ ຍື່ນຂໍ້ສະເໜີມູນຄ່າ 2 ລ້ານປອນ ໃນການເປັນຜູ້ສະໜັບສະໜູນໃຫ້ກັບ ໂຄລອີ ເຄລລີ ຮີໂຣຜູ້ຍິງປະຕູໄຊໃຫ້ທີມຊາດອັງກິດ ຄວ້າແຊ໊ມບານເຕະ ຍິງຊີງແຊ໊ມແຫ່ງຊາດຢູໂຣບ ( ຢູໂຣ 2022 ) ເມື່ອເດືອນກໍລະກົດທີ່ຜ່ານມາ.
ແຫລ່ງຂ່າວລະບຸວ່າມີຫລາຍບໍລິສັດ ສົນໃຈເປັນຜູ້ສະໜັບສະໜູນໃຫ້ກອງໜ້າສາວອາຍຸ 24 ປີ ຈາກສະໂມສອນແມນເຊສເຕີ ຊິຕີ ຜູ້ດົ່ງດັງຊົ່ວຂ້າມຄືນ ຫລັງຖືກສົ່ງລົງມາເປັນຕົວສຳຮອງແທນ ເບັດ ມີດ ໃນຢູໂຣ 2022 ຮອບຊີງຊະນະເລີດ ກ່ອນຍິງປະຕູໄຊໃນ ໄລຍະຕໍ່ເວລາພິເສດ ແລະ ເປັນປະຕູດຽວຂອງລາວໃນລາຍການນີ້ ຊ່ວຍໃຫ້ອັງກິດ ເອົາຊະນະ ເຢຍລະມັນ 2-1 ຄວ້າແຊ໊ມຢູໂຣບ ສະໄຫມທຳອິດໃນປະຫວັດສາດຢ່າງຍິ່ງ ພ້ອມທ່າດີໃຈທົ່ວໂລກຈົດຈຳ ຈາກການຖອດເສື້ອອອກມາໂບກສະ ບັດຄືເປັນນັກເຕະຜູ້ຊາຍ.
ແນວໃດກໍຕາມ ຕົວແທນຂອງ ໂຄລອີ ເຄລລີ ເປີດເຜີຍວ່າລາວຍັງບໍ່ໄດ້ຕອບຕົກລົງຂໍ້ສະເໜີຈາກ ແລນ ໂຣເວີ ໂດຍໃຫ້ເຫດ ຜົນວ່າຕ້ອງການສຸ່ມໃສ່ການຫລິ້ນບານເຕະ ເຊິ່ງກໍຕ້ອງຕິດຕາມຄວາມຄືບໜ້າກັນຕໍ່ໄປ.
ສ່ວນທີມບານເຕະຍິງ ທີມຊາດອັງກິດ ຄາດວ່າຈະມີຜູ້ສະໜັບສະໜູນຫລາຍຄ້າຍ ເຂົ້າມາ ຫລັງຈາກຄວາມສຳເລັດທີ່ພວກເຂົາຄວ້າ ແຊ໊ມ ຢູໂຣ 2022 ຄັ້ງປະຫວັດສາດ ຂະນະທີ່ ລີອາ ວິລລຽມສັນ ຫົວໜ້າທີມຊຸດນີ້ ຫາກໍບັນລຸຂໍ້ຕົກລົງກັບ ກຸສຊີ ຜະລິດຕະພັນແຟ ຊັ້ນນຳຂອງອິຕາລີແລ້ວ ລວມເຖິງຜູ້ສະໜັບສະໜູນເຈົ້າຂອງເກ່ົາທີ່ມີຢູ່ ທັງ ເປບຊີ ແລະ ໄນກີ.

