ຣືດີເກີ ກຽມຍ້າຍຫນີເຊລຊີ ໄປຮັບຄ່າເມື່ອຍສູງກັບ ເຣອັນ ມາດຣິດ

ອັນໂຕນີໂອ ຣຶດີເກີ ກອງກາງພັນໂຫດຂອງ ເຊລຊີ ມີແວວຍ້າຍຫນີ ເຊລຊີ ໄປຫລິ້ນໃຫ້ກັບ ເຣອັນ ມາດຣິດ ທີມຍັກໃຫຍ່ຂອງສະເປນ ແບບບໍ່ຄ່າໂຕໃນໄລຍະລະຫນ້າຫນາວນີ້ ຫລັງສື່ຊື່ດັງໃນອັງກິດ ລາຍງານວ່າ ການເຈລະຈາລະຫວ່າງທັງສອງຝ່າຍມີຄວາມຄືບຫນ້າດີ.
ຣືດີເກີ ກຳລັງຈະຫມົດສັນຍາກັບ ເຊລຊີ ໃນໄລຍະສິ້ນສຸດລະດູການນີ້ ແລະ ຍັງບໍ່ຍອມຕໍ່ສັນຍາສະບັບໃຫມ່ອອກໄປ ເນື່ອງຈາກບໍ່ພໍໃຈກັບຄ່າເມື່ອຍທີ່ເຊລຊີສະເຫນີໃຫ້ເພີ່ມ ຈາກ 100,000 ປອນ/ອາທິດ ເປັນ 140,000/ຕໍ່ອາທິດ.
ຂະນະທີ່ ເຣອັນ ມາດຣິດ ພ້ອມຈ່າຍຄ່າເມື່ອຍໃຫ້ກອງຫລັງອາຍຸ 28 ປີ ເຊິ່ງສາມາດຈະເຊັນສັນຍາລ່ວງຫນ້າກັບສະໂມສອນຈາກຕ່າງແດນໄດ້ຕັ້ງແຕ່ເດືອນມັງກອນເປັນຕົ້ນໄປນັ້ນ 400,000 ປອນ/ອາທິດ.

