6 ເຕັກນິກຊ່ວຍຫລຸດອາການປວດປະຈຳເດືອນຂອງສາວຍີ່ປຸ່ນ.

ແມ່ຍິງຫລາຍຄົນລ້ວນແຕ່ມີປະສົບການປວດທ້ອງນ້ອຍປະຈຳເດືອນ, ບາງຄົນປວດແຮງ, ບາງຄົນໂຊກດີກໍປວດຄ່ອຍໆ, ແຕ່ບາງຄົນກໍເຈັບປວດຮຸນແຮງຈົນຕ້ອງນອນພັກ, ຕ້ອງລາພັກວຽກ, ຕ້ອງເຂົ້າໂຮງໝໍ ເພື່ອໄປສັກຢາແກ້ປວດກໍມີ. ມື້ນີ້ພວກເຮົາຈະມາແນະນຳ 6 ເຕັກນິກຊ່ວຍຫລຸດອາການປວດປະຈຳເດືອນຂອງສາວຍີ່ປຸ່ນ ເຊິ່ງເປັນທີ່ນິຍົມໃນຂະນະນີ້ :
- ເຕັກນິກທີ 01 : ສ້າງຄວາມອົບອຸ່ນໃຫ້ແກ່ຮ່າງກາຍ : ໜຶ່ງໃນສາເຫດຂອງອາການປວດປະຈຳເດືອນ ແມ່ນຮ່າງກາຍເຢັນລົງເນື່ອງຈາກລະບົບໄຫລວຽນເລືອດບໍ່ດີ ອັນເປັນຜົນມາຈາກຮໍໂມນທີ່ປ່ຽນແປງໄປ ແນະນຳໃຫ້ອົບອຸ່ນຮ່າງກາຍໂດຍການພັນຜ້າອ້ອມໆແອວ ຫລື ຈະແປະດ້ວຍແຜ່ນປະຄົບຮ້ອນຫລຸດອາການປວດປະຈຳເດືອນກໍຊ່ວຍໄດ້ຄືກັນ ໂດຍແປະ 1 ແຜ່ນໄວ້ບໍລິເວນໃຕ້ສາຍບື ແລະ ອີກ 1 ແຜ່ນໄວ້ຈຸດຕັດຂອງກະດູກສັນຫລັງກັບກະດູກກະໂພກ.
- ເຕັກນິກທີ 02 : ທ່າທີ່ຊ່ວຍຫລຸດອາການປວດ : ເມື່ອເຈັບທ້ອງ ຮ່າງກາຍກໍມັກຈະເກີດອາການຫົດເກັງ ສົ່ງຜົນໃຫ້ຮ່າງກາຍຂອງເຮົາຄົດງໍ ຍິ່ງຫາກເປັນມື້ແຮງໆ ໂຕເຮົາຍິ່ງກັງວົນ ຍິ່ງຄົດງໍຂຶ້ນຕື່ມ ເຊິ່ງການເກັງເຫລົ່ານີ້ຈະເຮັດໃຫ້ເລືອດໄຫລວຽນໄດ້ບໍ່ດີ ແນະນຳໃຫ້ສາວໆຜ່ອນຄາຍຮ່າງກາຍໂດຍການນັ່ງຢຽດໂຕເພື່ອໃຫ້ກະດູກຕັ້ງຊື່, ປິ່ນຕີນອອກທາງຂ້າງ ໃນທ່າຄືກຳລັງຂີ່ມ້າ ກໍຈະຊ່ວຍຫລຸດອາການປວດລົງໄດ້. ນອກຈາກນີ້, ຫາກປວດຈົນນອນບໍ່ຫລັບ ລອງນອນສະແຄງ ພ້ອມກັບງໍຫົວເຂົ້າກັບງໍຫລັງ ຫລື ໃຜຢ້ານແຮງກົດທັບ ກໍລອງເອົາໝອນມາໝູນບໍລິເວນຫລັງໄວ້ ເພື່ອກະຈາຍນຳ້ໜັກກໍໄດ້ຜົນຄືກັນ.
- ເຕັກນິກທີ 03 : ຢຽດຮ່າງກາຍ ຫລື ອອກກຳລັງກາຍເບົາໆ : ການອອກກຳລັງກາຍແບບແອໂຣບິກເບົາໆ ຊ່ວຍກະຕຸ້ນການໄຫລວຽນຂອງເລືອດ ແລະ ຍັງຊ່ວຍເພີ່ມອຸນຫະພູມໃຫ້ແກ່ຮ່າງກາຍເຮົາໄດ້ ໂດຍສາວໆອາດເລືອກເປັນການແລ່ນເບົາໆ ຫລື ຍ່າງ. ນອກຈາກນີ້, ການຫລິ້ນໂຢຄະຍັງຊ່ວຍໃຫ້ເຮົາໄດ້ຍືດເສັ້ນຍືດເອັນ ໄດ້ຢຽດກ້າມຊີ້ນນຳອີກ, ແຕ່ຢ່າຫັກໂຫມຫລາຍຈົນເກີນໄປ ໃຜທີ່ພຽງແຕ່ຢືນກໍຍັງຈະບໍ່ໄຫວແລ້ວ ຫລື ເລືອດຈາງກໍຄວນຫລີກເວັ້ນການອອກກຳລັງກາຍໄປກ່ອນ.
- ເຕັກນິກທີ 04 : ເລືອກກິນອາຫານທີ່ດີ ແລະ ມີປະໂຫຍດ : ຄວນງົດກິນອາຫານທີ່ມີສານກະຕຸ້ນຈຳພວກກາເຟອີນ, ອາຫານເຜັດໆເຄັມໆ, ເຂົ້າໜົມຫວານມັນ, ນຳ້ຕານຫລາຍໆ ຫລື ເຄື່ອງດື່ມເຢັນໆ ທີ່ຈະໄປຫລຸດອຸນຫະພູມຮ່າງກາຍຂອງເຮົາທີ່ຕໍ່າຢູ່ແລ້ວໃຫ້ຕໍ່າລົງຕື່ມອີກ.
- ເຕັກນິກທີ 05 : ກົດຈຸດເພື່ອຫລຸດອາການປວດ : ໃຜລອງຫລາຍວິທີແລ້ວຍັງບໍ່ໄດ້ຜົນ ຕ້ອງລອງວິທີນີ້ ຫາກປວດປະຈຳເດືອນລະຫ່ວາງນັ່ງເຮັດວຽກ ຫລື ນັ່ງຮຽນໜັງສື ໃຫ້ລອງກົດຈຸດບໍລິເວນໃຕ້ສາຍບື ແລະ ມື. ນອກຈາກນີ້, ການກົດຈຸດບໍລິເວນຈຸດຕັດຂອງນິ້ວຊີ້ ແລະ ຫົວໂປ້ມື ໄລ່ໄປຕາມສັນກະດູກນີ້ວຊີ້ ຍັງມີປະສິດທິພາບຊ່ວຍຫລຸດອາການປວດໄດ້ນຳ.
- ເຕັກນິກທີ 06 : ຜ່ອນຄາຍດ້ວຍອະໂຣມາເທີຣາພີ : ນຳ້ມັນຫອມລະເຫີຍມີລິດຊ່ວຍຜ່ອນຄາຍອາການປວດປະຈຳເດືອນລົງໄດ້ ໂດຍສະເພາະກິ່ນລາເວັນເດີ, ຄາໂມມາຍ, ໝາກຂີ້ຫູດ ແລະອື່ນໆ. ນອກຈາກນີ້, ຄຣີມທາມືມີກິ່ນຫອມຈາກທຳມະຊາດ ຫລື ຊາສະໝຸນໄພກໍຍັງຊ່ວຍໃຫ້ເຮົາອາລົມດີຂຶ້ນໄດ້ຄືກັນ.

