ຫຸ້ນແມນຢູ ຂຶ້ນ 15% ຫລັງມີເສດຖີສົນໃຈຊື້ທີມ

ຫຸ້ນຂອງ ແມນເຊສເຕີ ຢູໄນເຕັດ ຖີບຕົວຂຶ້ນຢ່າງຕໍ່ເນື່ອງທີ່ນິວຢອກ ຫລັງຈາກມີມະຫາເສດຖີປະກາດວ່າສົນໃຈຊື້ສະໂມສອນ ລວມເຖິງເຈົ້າຂອງທີມພ້ອມຂາຍຫຸ້ນບາງສ່ວນ.

The Times ສື່ຊື່ດັງຂອງອັງກິດລາຍງານວ່າ ຫຸ້ນຂອງສະໂມສອນແມນເຊສເຕີ ຢູໄນເຕັດ ທີມດັງໃນການແຂ່ງຂັນພຣີເມຍລີກ ອັງກິດ ໄດ້ດີດຕົວຂຶ້ນສູງເຖິງ 15% ຈາກອາທິດກ່ອນ ສູ່ລະດັບ 13,77 ໂດລາສະຫະລັດ ຫລັງຈາກຕະຫລາດຫຸ້ນນີວຢອກ ເປີດເມື່ອ ວານນີ້ ເຮັດໃຫ້ມີມູນຄ່າລວມເພີ່ມຂຶ້ນເຖິງ 240 ລ້ານໂດລາສະຫະລັດ ເມື່ອທຽບກັບໄລຍະເວລາດຽວກັນໃນອາທິດກ່ອນ.

ສາເຫດສຳຄັນທີ່ຫຸ້ນແມນຢູດີຕົວສູງຂຶ້ນເປັນຢ່າງຫລາຍ ເນື່ອງຈາກ ເຊີ ຈິມ ແຣດຄລິບ ຫນຶ່ງໃນມະຫາເສດຖີທີ່ລວຍທີ່ສຸດຂອງ ອັງກິດ ເຈົ້າຂອງ ອີເນອອສ ບໍລິສັດເຄມີພັນໃຫຍ່ ປະກາດວ່າສົນໃຈຊື້ສະໂມສອນ ຫລັງຈາກມີຂ່າວວ່າ ອີລອນ ມັສ ຜູ້ບໍລິຫານຂອງ ເທສລາ ແລະ ສະເປສເອັກ ມະຫາເສດຖີອັນດັບ 1 ຂອງໂລກ ໄດ້ປ່ັນກະແສກ່ອນໃນໂລກອອນລາຍ ກ່ອນຢຸດຂ່າວດ້ວຍຕົນ ເອງວ່າເປັນພຽງການຢອກຫລິ້ນ ຂະນະທີ່ ອະພອລໂລ ອີກຫນຶ່ງບໍລິສັດຈາກສະຫລັດ ກໍມີຂ່າວວ່າສົນໃຈຊື້ ແມນຢູ ບາງສ່ວນ ເຊ່ັນດຽວກັນ.

ນອກຈາກນີ້ ຕະກູລເກລເຊີ ເຈົ້າຂອງແມນຢູ ຄົນປັດຈຸບັນໄດ້ຕັ້ງລາຄາຂາຍຫລັງເກີດກະແສຂ່າວຄວາມສົນໃຈຊື້ສະໂມ ສອນຕໍ່ຈາກພວກເຂົາເອົາໄວ້ທີ່ 5,000 ລ້ານປອນ ຈາກເກ່ົາທີ່ເຄີຍກຳນົດໄດ້ 4,000 ລ້ານປອນ ເຊິ່ງຖືວ່າຫລາຍກວ່າ ຕອນທີ່ເຂົ້າມາຊື້ທີມດ້ວຍມູນຄ່າ 790 ລ້ານປອນ.