ອາດີດາສ  ພ້ອມຊ່ວຍມາດຣິດ ຄວ້າ ຮາແລນ ຮ່ວມທີມ

ສື່ດັງເປີດເຜີຍວ່າ ຜູ້ສະຫນັບສະຫນູນເຈົ້າໃຫຍ່ສະໂມສອນ ເຣອັນ ມາດຣິດ ພ້ອມຈ່າຍໃນການຍື່ນມືເຂົ້າມາຊ່ວຍເຫລືອໃນການຊື້ ເອີຣິງ ຮາແລນ ໃນລະດູການນີ້.

ສະໂມສອນ ເຣອັນ ມາດຣິດ ມີແຜນຖ່າຍເລືອດນັກເຕະຄັ້ງໃຫຍ່ ເພື່ອສ້າງຂຸມກຳລັງ ຂຶ້ນມາໃຫມ່ອີກເທື່ອຫນຶ່ງ ພາຍໃຕ້ການຄຸມທີມຂອງ ຄາໂລ ອັນເຊລັອດຕິ ເຊິ່ງເປົ້າຫມາຍໃຫຍ່ນອກຈາກ ຄີລຽນ ເອັມບັບເປ ທີ່ມີໂອກາດຫລາຍທີ່ຈະໄດ້ຮ່ວມທີມແບບບໍ່ເສຍເງິນແລ້ວ ຟລໍອໍເຣນຕີໂນ ເປເຣສ ຍັງຫມາຍຕາ ເອີຣິງ ຮາແລນ ດາວຍິງຂອງສະໂມສອນ ໂບຣຸນເຊຍ ດອດມຸນ ເອົາໄວ້ເຊ່ັນດຽວກັນ.

ຈົນຫລ້າສຸດ ສອງສື່ກິລາຊື່ດັງຄື Bild ແລະ Marca ລາຍງານກົງກັນວ່າ ອາດີດາສ ບໍລິສັດຜະລິດພັນກິລາຊື່ດັງ ພ້ອມຍື່ນມືເຂົ້າມາຊ່ວຍເຫລືອ ເຣອັນ ມາດຣິດ ໃນການປິດການຊື້ຂາຍ ຮາແລນ ມາຮ່ວມທີມໃຫ້ໄດ້.

ລາຍງານລະບຸວ່າ ດາວຍິງຊາວນໍເວ ອາຍຸ 21 ປີ ພວມຈະຫມົດສັນຍາກັບ ໄນກີ້ ໃນໄວໆນີ້ ແລະ ອາດີດາສ ພ້ອມຍື່ນຂໍ້ສະເຫນີເຂົ້າມາຂໍເປັນຜູ້ສະຫນັບສະຫນູນເຈົ້າໃຫມ່ແຂ່ງກັບເຈົ້າເກ່ົາ.

ຖ້າຫາກ ອາດີດາສ ປິດການຊື້ສຳເລັດ ຈະເຮັດໃຫ້ຄວາມສຳພັນຂອງທັງສອງຝ່າຍສະນິດສະຫນົມຫລາຍຂຶ້ນກວ່າເກ່ົາ ແລະໂອກາດທີ່ຈະຍ້າຍໄປຢູ່ກັບ ເຣອັນ ມາດຣິດ ກໍມີຫລາຍເພີ່ມຂຶ້ນໄປອີກ.

ທັງນີ້ມີຂ່າວວ່າ ຄ່າຈີກສັນຍາຂອງ ຮາແລນ ກັບ ດອດມຸນ ຈະຫລຸດເຫລືອພຽງ 75 ລ້ານຢູໂຣເທົ່ານັ້ນ ຫລັງຈົບລະດູການນີ້.