ນັກບວດຍາວນານ 80 ປີ ບໍ່ກີນເຂົ້າບໍ່ກິນນໍ້າ ເສຍຊີວິດລົງແລ້ວ

 ນັກບວດຊາວ ອິນເດຍ Prahlad Jani ຊຶ່ງບວດເປັນເວລາຍາວນານ 80 ປີ ບໍ່ກິນເຂົ້າ ບໍ່ກິນນໍ້າ ມີແຕ່ອາໄສ “ ຢາຊີວະນະ ອາຍຸຍືນນານ” ໄດ້ເສຍຊີວິດລົງແລ້ວໃນໄວ 90 ປີ ໃນວັນທີ 26 ພຶດສະພານີ້.

Sheetal Chaudhary ເພື່ອນບ້ານໃກ້ຄຽງ ຂອງ Sheetal Chaudhary ກ່າວວ່າ: “Sheetal Chaudhary ຖືກນຳສົ່ງໂຮງໝໍໃນເວລາທ່ຽງຄືນ ເມື່ອໄປເຖິງໂຮງໝໍ, ທ່ານໝໍເວົ້າວ່າ ເຂົາເສຍຊີວິດກ່ອນໜ້ານັ້ນແລ້ວ”.

ທ່ານ Chaudhary ໃຫ້ຮູ້ໃນວັນທີ 27 ພຶດສະພານີ້ວ່າ: “ຊາກສົບຂອງເຂົາຖືກນຳເອົາໄປບຳເພັນກຸສົນໄວ້ໃນວັດເປັນເວລາສອງວັນ ເພື່ອໃຫ້ທຸກຄົນໄດ້ສະແດງຄວາມໄວ້ອາໄລດວງວິນຍານຂອງເຂົາ”.

Prahlad Jani, ເກີດເມື່ອເດືອນສິງຫາ ປີ 1929. ເຂົາດຳລົງຊີວິດຢູ່ທີ່ບ້ານ Charada, ລັດ Gujarat ທາງພາກຕາເວັນຕົກຂອງອິນເດຍ. ເຂົາໃຫ້ຮູ້ວ່າ: ມີເທບທິດາອົງໜຶ່ງ ໄດ້ບັນດົນບັນດານສິນພອນໃຫ້ເຂົາແຕ່ເວລາຍັງນ້ອຍ, ຊຶ່ງເມື່ອໃຫ່ຍຂຶ້ນມາບໍ່ຈຳເປັນຕ້ອງກິນເຂົ້າ ກິນນໍ້າຫຍັງ ແລະ ບໍ່ຕ້ອງສົນໃຈກັບຄຳໃຫ້ການຂອງທ່ານໝໍ.

ປີ 2003 ເຂົາປະກາດວ່າ ເຂົາມີ “ຢາຊີວະນະ ອາຍຸຍືນຍາວ ໂດຍຜ່ານເຂົ້າໄປທາງປາກ ຊຶ່ງບໍ່ຈຳເປັນກິນເຂົ້າກິນນໍ້າຫຍັງເລີຍ ”.

ແຕ່ບໍ່ມີໃຜທີ່ຈະພິສູດໄດ້ຄຳປະກາດຂອງເຂົາ. ບັນດາທ່ານໝໍໃຫ້ຄຳເຫັນວ່າ ຖ້າຫາກບໍ່ກິນເຂົ້າ ກິນນໍ້າເປັນເວລາດົນ ຮ່າງກາຍຈະອ່ອນເພຍ, ອະໄວຍະວະພາຍໃນຊຸດໂຊມ ແລ້ວກໍເສຍຊີວິດ.

ເຈົ້າໜ້າທີ່ການແພດ ໄດ້ໃຊ້ກ້ອງຖ່າຍ, ເຄື່ອງຊ່ອງໄຟຟ້າ ຕິດຕາມການໄຫຼວຽນເລືອດ, ການເຄື່ອນໄຫວຂອງມັນສະໝອງ, ການເຕັ້ນຂອງຫົວໃຈ, ປອດ ແລະ ຄວາມຈຳຂອງເຂົາ…ເຫັນວ່າເຂົາບໍ່ໄດ້ກິນເຂົ້າ ກິນນໍ້າ ຊໍ້າບໍ່ໜຳຍັງບໍ່ໄປຖ່າຍໜັກ ຖ່າຍເບົາ ເປັນ 2 ອາທິດອີກດ້ວຍ. ນໍ້າທີ່ເຂົາໃຊ້ເປັນປະຈຳກໍຄືນໍ້າບ້ວນປາກ ແລະ ນໍ້າອາບເທົ່ານັ້ນ.

ນັກລະບົບປະສາດວີທະຍາ Sudhir Shah ກ່າວວ່າ: “ພວກເຮົາກໍບໍ່ຮູ້ໄດ້ວ່າເປັນຫຍັງເຂົາຈຶ່ງມີຊີວິດຢູ່ໄດ້” ປາກົດການແບບນີ້ ຖືວ່າເປັນປາກົດການລຶກລັບອັນໜຶ່ງ ຍັງເປັນປິດສະໜາຢູ່.

ຜົນຂອງການຄົ້ນຄວ້າ ຈາກອົງການຄົ້ນຄວ້າ ແລະ ພັດທະນາການປ້ອງກັນຊາດຂອງອິນເດຍ ກໍບໍ່ໄດ້ປະກາດຜົນອອກມາວ່າເປັນແນວໃດເລີຍ.

ຂ່າວ: ລູກເມືອງພວນ (ແຫຼ່ງຂ່າວ vnExpress)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ