ອັງກິດອະນຸມັດໃຊ້ວັກຊີນປ້ອງກັນໂຄວິດສູດໃໝ່ ຊະນິດສາຍພັນດັ້ງເດີມ-ໂອມິຄຣອນ ຂອງ “ໂມເດິນາ” ເປັນປະເທດທຳອິດ

ວັກຊີນໂມເດິນາສູດໃໝ່ທີ່ໃຊ້ຮັບມືເຊື້ອສາຍພັນດັ້ງເດີມ ແລະ ສາຍພັນໂອມິຄຣອນ BA.1 ໄດ້ຮັບອະນຸມັດໃຫ້ນຳໃຊ້ໃນອັງກິດເປັນປະເທດທຳອິດ.
ໂມເດິນາ (Moderna) ອອກຖະແຫລງການໃນວັນທີ 15 ສິງຫາ 2022 ລະບຸວ່າ: ໜ່ວຍງານເບິ່ງແຍງດ້ານຢາ ແລະ ຜະລິດຕະພັນເພື່ອສຸຂະພາບ (MHRA) ຂອງອັງກິດ ໄດ້ອະນຸມັດແບບມີເງື່ອນໄຂ ໃຫ້ນຳໃຊ້ວັກຊີນປ້ອງກັນພະຍາດໂຄວິດ-19 ຊະນິດສາຍພັນຄູ່ ເປັນວັກຊີນເຂັມກະຕຸ້ນໃນກຸ່ມຜູ້ມີອາຍຸ 18 ປີຂຶ້ນໄປໄດ້ແລ້ວ.
ວັກຊີນສູດໃໝ່ນີ້ໄດ້ຮັບການພັດທະນາຂຶ້ນມາເພື່ອຮັບມືເຊື້ອໂຄວິດ-19 ສາຍພັນດັ້ງເດີມ ແລະ ເຊື້ອກາຍພັນ ສາຍພັນໂອມິຄຣອນ BA.1 ໂດຍມີຊື່ທາງການຄ້າວ່າ: Spikevax bivalent Original/Omicron.
ເຖິງວ່າຈະພັດທະນາມາເພື່ອຮັບມືສາຍພັນຍ່ອຍ BA.1 ເຊິ່ງເປັນສາຍພັນທຳອິດທີ່ລະບາດນັບແຕ່ທ້າຍປີຜ່ານມາ, ແຕ່ຜົນການທົດລອງຢືນຢັນວ່າ: ວັກຊີນໂມເດິນາສູດນີ້ມີປະສິດທິພາບໃນການປ້ອງກັນສາຍພັນຍ່ອຍ BA.4 ແລະ BA.5 ທີ່ກຳລັງລະບາດໃນຕອນນີ້ໄດ້ດີຂຶ້ນ.
ນອກຈາກອັງກິດ, ໂມເດິນາຍັງໄດ້ມີການຍື່ນຂໍອະນຸມັດນຳໃຊ້ໃນອົດສະຕຣາລີ, ການາດາ ແລະ ສະຫະພາບເອີຣົບເຊັ່ນກັນ ໂດຍຄາດວ່າຈະຮູ້ຜົນໃນມໍ່ໆນີ້.
ອ້າງອີງ:

