ອະດີດຜູ້ນຳສີລັງກາ ຈະເດີນທາງຈາກສິງກະໂປມາໄທ ຄາດວ່າຮອດນະຄອນຫລວງບາງກອກມື້ນີ້

ສື່ຕ່າງປະເທດຫລາຍສຳນັກລາຍງານ “ທ່ານ ໂກຕາບາຢາ ຣາຊປັກສາ” ອະດີດປະທານາທິບໍດີສີລັງກາ ເຊິ່ງຫລົບໜີອອກຈາກປະເທດຫລັງເກີດເຫດປະທ້ວງໃຫຍ່ ຈະເດີນທາງຈາກສິງກະໂປມາປະເທດໄທ.
ລາຍງານຂ່າວລະບຸວ່າ: ແຫລ່ງຂ່າວຢ່າງໜ້ອຍ 2 ສຳນັກໄດ້ອອກມາເປີດເຜີຍວ່າ: ທ່ານ ຣາຊປັກສາ ຈະເດີນທາງຮອດປະເທດໄທໃນວັນທີ 11 ສິງຫານີ້.
ທັງນີ້, ອະດີດຜູ້ນຳສີລັງກາໜີອອກຈາກປະເທດໃນວັນທີ 13 ກໍລະກົດ ດ້ວຍເຮືອບິນທະຫານໄປມັລດີຟ ກ່ອນຈະເດີນທາງຕໍ່ໄປປະເທດສິງກະໂປ ພາຍຫລັງເກີດເຫດການປະທ້ວງຮຸນແຮງ ເນື່ອງຈາກວິກິດເສດຖະກິດຄັ້ງຮຸນແຮງ ໂດຍຜູ້ປະທ້ວງຈຳນວນຫລາຍໄດ້ບຸກເຂົ້າຢຶດເຮືອນພັກ ແລະ ສຳນັກງານປະທານາທິບໍດີເພື່ອກົດດັນໃຫ້ທ່ານລາອອກຈາກຕຳແໜ່ງ.
ເຖິງຢ່າງໃດກໍຕາມ, ຈາກລາຍງານຂອງຣອຍເຕີ ກະຊວງຕ່າງປະເທດສີລັງກາຍັງບໍ່ໄດ້ອອກມາສະແດງຄວາມຄິດເຫັນໃດໆຕໍ່ເລື່ອງດັ່ງກ່າວ. ຂະນະທີ່ທ່ານ ດອນ ປໍລະມັດວິໄນ ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ ເຜີຍອະດີດປະທານາທິບໍດີສີລັງກາ ສາມາດອາໄສຢູ່ໃນປະເທດໄທໄດ້ບໍ່ເກີນ 90 ວັນ ຖ້າບໍ່ສ້າງບັນຫາ, ຊີ້ການໜີ້ຮ້ອນມາເພິ່ງເຢັນເປັນເລື່ອງປົກກະຕິ ແລະ ຍັງບໍ່ມີໃຜຄັດຄ້ານ.
ອ້າງອີງ:

