ປີ 2021 ຜ່ານມາ ກຳປູເຈຍ ຂຸດຄົ້ນ ແລະ ຜະລິດຄຳແທ່ງບໍລິສຸດ 90% ໄດ້ເຖິງ 3,5 ໂຕນ ຄິດເປັນມູນຄ່າ 5,1 ລ້ານໂດລາ

ຕາມຂ່າວຈາກ ຊິນຮວາ ລາຍງານ ວັນທີ10 ສິງຫາ 2022 ນີ້ ໃຫ້ຮູ້ວ່າ: ກຳປູເຈຍຜະລິດຄຳແທ່ງບໍລິສຸດ (ຄຳສົດ) 90% ໄດ້3,5 ໂຕນ/ປີ ນັບຕັ້ງແຕ່ ເລີ່ມເຮັດ ບໍ່ແຮ່ຄຳ ເມື່ອເດືອນມິຖຸນາ ປີ 2021 ເປັນຕົ້ນມາ.
ກຳປູເຈຍ ໄດ້ເລີ່ມການຂຸດຄົ້ນຄຳເປັນຄັ້ງທຳອິດ ຢູ່ບໍ່ແຮ່ຄຳ ເຂດແກ້ວສີມາ ແຂວງ ຄີຣີ (Khiri) ໃນພາກຕາເວັນອອກສຽງເໜືອຂອງປະເທດໂດຍມີບໍລິສັດ Renaissance Minerals (Cambodia) ຈຳກັດ ເປັນບໍລິສັດຍ່ອຍຂອງ Emerald Resources NL ລົງທະບຽນຢູ່ໃນອົດສະຕຣາລີ ເປັນຜູ້ພັດທະນາບໍ່ຄຳດັ່ງກ່າວ.
ທ່ານ ອຸງດີໂພລາ, ຫົວໜ້າກົມ ຊັບພະຍາກອນບໍ່ແຮ່ພາຍໃຕ້ກະຊວງບໍ່ແຮ່ ແລະ ພະລັງງານ ຂອງກຳປູເຈຍປະກາດວ່າ: ປັດຈຸບັນ ບໍລິສັດໄດ້ຜະລິດຄຳແທ່ງທັງໝົດ 3.543 ກິໂລກຣາມ, ໃນຂະນະທີ່ລາຍຮັບ ຈາກການຜະລິດຄຳ ຄິດເປັນ ມູນຄ່າ 5,1 ລ້ານໂດລາສະຫະລັດ.
ຂ່າວ: ຂປລ

