ຜູ້ຂັບລົດແກ່ອ້ອຍຫລັບໃນ ນຳໄປສູ່ການເກີດອຸປະຕິເຫດ

ວັນທີ​ 30 ມີນາ​ 2021, ເວລາ​ປະມານ 6:34 ຕອນເຊົ້າ,​ ໄດ້ເກີດອຸປະຕິເຫດລົດແກ່ອ້ອຍປິ້ນຕົກລົງຮ່ອງລະບາຍທີ່ທາງດ່ວນ ຈຸດ k1+100​ (ຂາເຂົ້າສູ່ໃນເມືອງ),​ ຜ່ານການກວດສອບເບື້ອງຕົ້ນ ຜູ້ໄດ້ຮັບບາດເຈັບ 2 ຄົນ,​ ລົດກູ້ໄພໄດ້ນຳສົ່ງໄປໂຮງໝໍແລ້ວ ບໍ່ມີຜູ້ເສຍຊີວິດ ເຊິ່ງສາເຫດຄັ້ງນີ້ແມ່ນຜູ້ຂັບຂີ່ຫຼັບໃນ