ໂບກມືລາ! ອິນເຕີ ມິລານ ປະກາດແຍກທາງ ກັບ ອາເລັກຊິສ ຊານເຊັສ ຢ່າງເປັນທາງການ

ອິນເຕີ ມິລານ ໄດ້ປະກາດແຍກທາງກັບ ອະເລັກຊິສ ຊານເຊສ ກອງໜ້າທີມຊາດຊິລີ. ຫລັງຈາກທີ່ຕົກລົງທີ່ຈະຍົກເລີກສັນຍາທີ່ຍັງເຫລືອ 1 ປີ, ໂດຍຄາດວ່ານັກເຕະຈະຍ້າຍໄປຮ່ວມທີມ ໂອລິມປິກ ມາກເຊີຍ ຕໍ່ໄປ.

ໃນລະດູການ 2021-2022, ທີ່ຜ່ານມາ ດາວເຕະ ອາຍຸ 33 ປີ ລົງຫລີ້ນເກມລີກໄປ 27 ນັດ, ແຕ່ເປັນໂຕຈິງໄດ້ພຽງ 7 ນັດເທົ່ານັ້ນ, ຂະນະທີ່ໃນລະດູຮ້ອນນີ້ ທີມດຶງໂຕ ໂຣເມລູ ລູກາກູ ກອງໜ້າຕົວຍັກຂອງ ເຊວຊີ ກັບມາຈາກ ເຊລຊີ ອີກຄັ້ງດ້ວຍສັນຍາຢືມຕົວ. ຍິ່ງເຮັດໃຫ້ໂອກາດທີ່ຈະໄດ້ລົງສະໜາມກໍຍິ່ງໜ້ອຍລົງ ເພາະຍັງມີ ເລົາຕາໂລ່ ມາຕິເນສ ແລະ ເອດິນ ເຊໂກ້ ໃຫ້ເລືອກໃຊ້ງານ

ສຳລັບ ອະເລັກຊິສ ຊານເຊສ ຍ້າຍຈາກ ແມນ ຢູໄນເຕັດ ມາຮ່ວມທີມ ອິນເຕີ ມິລານ ແບບຢືມຕົວໃນລະດູການ 2019-2020 ກ່ອນທີ່ຈະຍ້າຍໄປຢ່າງຖາວອນໃນປີຕໍ່ໄປ. ໂດຍຍິງປະຕູໄດ້ 20 ປະຕູຈາກການລົງຫລິ້ນ 109 ນັດ ແລະ ພາທີມຄວ້າແຊ້ມລີກຄັ້ງທໍາອິດໃນຮອບ 11 ປີ ໃນລະດູການ 2020-2021 ລວມທັງ ໂຄປາ ອິຕາເລຍ ໃນປີ 2021-2022 ດ້ວຍ.