ຣັງນິກ ດີໃຈ, ແມນຢູ ໃຫ້ເງິນກ້ອນໃຫຍ່ໄວ້ເສີມທີມໄລຍະປີໃຫມ່

ແມນເຊສເຕີ ຢູໄນເຕັດ ພ້ອມອັດສີດກ້ອນເງິນຈຳນວນຫລາຍສຳລັບເສີມທີມໃນໄລຍະປີໃຫມ່ໃຫ້ ຣັງນິກ ຜູ້ຈັດການທີມຊາວເຢຍລະມັນນຳໄປໃຊ້ຈ່າຍລ່ານັກເຕະທີ່ຕົກເປັນເປົ້າຫມາຍອອກມາເປັນທີ່ຮຽບຮ້ອຍແລ້ວ.

ເຖິງຂະນະນີ້ ເຫລືອເວລາອີກພຽງ 1 ອາທິດກວ່າໆເທົ່ານັ້ນ ຕະຫລາດນັກເຕະໃນເດືອນມັງກອນ ກໍຈະເປີດເຮັດການແລ້ວ ແລະ ໃນຖານະສະໂມສອນໃຫຍ່ ເຖິງພະຍາຍາມກັບໄປລ່າຄວາມສຳເລັດອີກເທື່ອຫນຶ່ງ ປະກອບກັບມີການແຕ່ງຕັ້ງ ຣັງນິກ ເຂົ້າມາເປັນຜູ້ຈັດການທີມແທນ ໂອເລ ກຸນນາ ໂຊລຊາ ຜີສາດແດງຈຶ່ງຖືກຈັບຕາເບິ່ງວ່າ ອັດສີດໃຫ້ຜູ້ຈັດການທີມຄົນໃຫມ່ນຳໄປເສີມຄວາມແຂງແກ່ນຫລາຍນ້ອຍພຽງໃດ.

ຕໍ່ກໍລະນີ ດັ່ງກ່າວ ຫລ້າສຸດ ເມື່ອວັນທີ 22 ມີນາທີ່ຜ່ານມາ ມີລາຍງານວ່າ ແມນຢູ ປະກາດມອບເງິນໃຫ້ ຣັງນິກ ນຳໄປຊື້ນັກເຕະຈຳນວນ 75,6 ລ້ານປອນ ເນື່ອງຈາກພວກເຂົາຕ້ອງການຄວ້າອັນດັບ 1 ໃນ 4 ຫລັງຈົບລະດູການ ໂດຍປັດຈຸບັນ ແມນຢູ ຄອງອັນດັບຫົກຂອງຕາຕະລາງ ມີຄະແນນຕາມຫລັງ ອາເຊນອລ ທີມອັນດັບ 4 ຢູ່ 5 ຄະແນນ ແຕ່ແຂງຫນ້ອຍກວ່າ ອາເຊນອລ 2 ນັດ.

ສຳລັບນັກເຕະ ແມນຢູ ທີ່ຢູ່ໃນທ່າອ່ຽງທີ່ອາດປ່ອຍຈາກທີມກໍປະກອບມີຢູ່ 4 ຄົນ ແຕ່ກໍບໍ່ງ່າຍທີ່ ຣັງນິກ ຈະຕັດສິນໃຈຢ່າງເດັດຂາດເຊ່ັນດຽວກັນ.

ແຕ່ທີ່ແນ່ນອນມີຢູ່ 2 ນັກເຕະທີ່ຍັງບໍ່ຕໍ່ສັນຍາໃຫມ່ ແລະ ຈະຍາຍທີມໄດ້ແບບບໍ່ມີຄ່າໂຕ ຄື ເຈສຊີ ລິນກາດ ແລະ ປອລ ປັອກບາ ໂດຍສະເພາະ ປັອກບາ ນັ້ນ ອາດຖືກຂາຍທັນທີໃນໄລຍະເດືອນຫນ້າແລກກັບການນຳເງິນກ້ອນໃຫຍ່ມາເສີມທີມ ຂະນະທີ່ ລິນກາດ ກໍຕົກເປັນຂ່າວກັບ ເວສແຮມ ຢູໄນເຕັດ ທີ່ລາວເຄີຍຖືກຢືມໂຕໄປ ແລະ ສະແດງຜົນງານອັນໂດດເດ່ັນ ແຕ່ທັງສອງສະໂມສອນບໍ່ສາມາດຕົກລົງລາຄານັກເຕະໄດ້.

ສ່ວນ ມາກຊິຢາລ ກອງຫນ້າຊາວຝຣັ່ງ ກັບ ດິນ ເຮເດີສັນ ຜູ້ຮັກສາປະຕູມືສອງກໍອາດອຳລາແມນຢູໃນເດືອນຫນ້າ, ສ່ວນ ມາກຊິຢາລ ໄດ້ຮັບຄວາມສົນໃຈຈາກຫລາຍທີມທັງ ນິວຄາສເຊິລ, ບາເຊໂລນາ ແລະ ເຊບີຢາ.