ຄບຕ ເລັ່ງສ້ອມແປງໄຟອຳນາດເປ່ເພຫລາຍຈຸດຢູ່ນະຄອນຫລວງວຽງຈັນໃຫ້ສຳເລັດ

ຂ່າວໜັງສືພິມວຽງຈັນໃໝ່ລາຍງານ ໃຫ້ຮູ້ວ່າ: ວັນທີ 4 ສິງຫາ 2022 ທ່ານ ບຸນຈັນ ແກ້ວສີທໍາມະ ຫົວຫນ້າຫ້ອງການ ຄບຕ ໄດ້ນຳພາທີມງານ ຮ່ວມກັບລັດວິສາຫະກິດໄຟຟ້າລາວ ລົງສ້ອມແປງໄຟອໍານາດຢູ່ຈຸດດົງປ່າແຫລບ ເຊິ່ງນອກຈາກນນີ້ຍັງມີແຜນສ້ອມແປງທົ່ວນະຄອນຫລວງຈັນ ເບື້ອງຕົ້ນໄດ້ກຳນົດຈຸດຮີບດ່ວນຄື: ສີ່ແຍກໂພນສະອາດ, ສີ່ແຍກຫໍປະຊຸມແຫ່ງຊາດ, ສີ່ແຍກລາດຄວາຍ (ບ້ານໂພນສະອາດ), ສີ່ແຍກສີບຸນເຮືອງ, ສີ່ແຍກຮ່ອງໄກ່ແກ້ວ, ສີ່ແຍກສີດຳດວນ, ສີ່ແຍກໂຮງກາຍະສິນ, ສາມແຍກດົງປ່າແຫຼບ, ສີ່ແຍກໜອງດ້ວງເໜືອ, ສີ່ແຍກໂພນຕ້ອງ ແລະ ຈຸດອື່ນໆທີ່ເຫັນວ່າມີການເປ່ເພ ສ້າງຄວາມຄວາມສັບສົນໃຫ້ແກ່ການສັນຈອນ.

ຫົວໜ້າ ຄບຕ ໃຫ້ຮູ້ວ່າ: ໄລຍະຜ່ານມາ ໄຟອໍານາດຈຸດດັ່ງກ່າວນໍາໃຊ້ລະບົບໂຊລາເຊວ (ພະລັງງານແສງອາທິດ) ເກີດມີຄວາມເປ່ເພ່ ໄຟບໍ່ສະຖຽນ ເຮັດໃຫ້ການສັນຈອນສັບສົນ ປັດຈຸບັນກໍາລັງເລັ່ງສ້ອມແປງປ່ຽນເປັນລະບົບໄຟເອຊີ ໂດຍລະບົບໃໝ່ນີ້ ແມ່ນສະດວກສະບາຍໃນການຕິດຕັ້ງ ສ້ອມແປງ ແລະ ມີອາຍຸການນໍາໃຊ້ຍາວນານເຖິງ 10 ກວ່າປີ ແຕ່ມີມູນຄ່າສູງສົມຄວນ.

ອີກປະການໜຶ່ງກໍຂໍຮຽກຮ້ອງໃຫ້ທຸກພາກສ່ວນຊ່ວຍຮ່ວມມືກັນເປັນຫູເປັນຕາ ໃນການປົກປັກຮັກສາຮ່ວມກັນ ເນື່ອງຈາກຜ່ານມາ ແມ່ນມີຄົນບໍ່ດີຈໍານວນໜຶ່ງໄດ້ລັກໝໍ້ໄຟ ສາຍໄຟຕ່າງໆ ເພື່ອໃຫ້ລະບົບໄຟສັນຍານຈະລາຈອນສາມາດໃຊ້ງານໄດ້ຢ່າງກຸ້ມຄ່າ ແລະ ຍາວນານ ເຮັດໃຫ້ການສັນຈອນໄປມາມີຄວາມສະດວກປອດໄພ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.