ດ່ານສາກົນລານຕຸ້ຍ ມີຈຸດຄ່ຽນຖ່າຍສິນຄ້າ ແລະ ສາງຝາກເຄື່ອງແລ້ວ

ເປີດນຳໃຊ້ສາງຝາກສິນຄ້າ ແລະ ຈຸດຄ່ຽນຖ່າຍສິນຄ້າ ແລະ ເດີ່ນພັກລົດ ເພື່ອບໍລິການການຂົນສົ່ງສິນຄ້າທີ່ເຂົ້າ-ອອກຜ່ານດ່ານສາກົນລານຕຸ້ຍ ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2021 ໂດຍການເຂົ້າ ຮ່ວມຂອງທ່ານ ຈະເລີນ ເຢຽປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ.
ສາງຝາກສິນຄ້າ, ຈຸດຄ່ຽນຖ່າຍສິນຄ້າ ແລະ ເດີ່ນພັກລົດ ຕັ້ງຢູ່ບ້ານຊຽງສ້ຽວ ເມືອງຍອດອູ ແຂວງຜົ້ງສາລີ ຊຶ່ງຢູ່ຫ່າງຈາກດ່ານສາກົນລານຕຸ້ຍ 10 ກວ່າກິໂລແມັດ, ມີເນື້ອທີ່ປະມານ 10 ກວ່າເຮັກຕາ ໂດຍແມ່ນບໍລິສັດ ຕົ່ງ ກໍ່ສ້າງ ແລະ ບໍລິການ ສາງຝາກສິນຄ້າ, ຄ່ຽນຖ່າຍສິນຄ້າ ແລະ ທ່ອງທ່ຽວຄົບວົງຈອນ ຈຳກັດຜູ້ດຽວ ເປັນຜູ້ລົງທຶນ ຊຶ່ງການກໍ່ສ້າງໂຄງລ່າງພື້ນຖານດ້ານຕ່າງໆ ເປັນຕົ້ນການບຸກເບີກ-ດຸດປັບພື້ນທີ່, ການປູຫີນອັດແໜ້ນ, ການກໍ່ສ້າງເດີ່ນພັກລົດ, ການກໍ່ສ້າງຈຸດຄ່ຽນຖ່າຍສິນຄ້າໃນຮົ່ມ ແລະ ກາງແຈ້ງ, ການກໍ່ສ້າງສາງຝາກສິນຄ້າ, ກໍ່ສ້າງຫ້ອງການເຮັດວຽກຂອງບໍລິສັດ, ຫ້ອງການພາສີ, ຫ້ອງການກະສີກຳ, ເຮືອນນອນຂອງພະນັກງານບໍລິສັດ, ພະນັກງານພາສີ, ພະນັກງານກະສິກຳ; ການຕິດຕັ້ງຊິງຊັ່ງ, ຕິດຕັ້ງປ້າຍບໍລິສັດ, ປ້າຍຫ້ອງການ, ຕິດຕັ້ງຄອມພິວເຕີ, ຕິດຕັ້ງລະບົບອະຊິກຸດະ (ASYCUDA) ເພື່ອເຊື່ອມຕໍ່ຖານຂໍ້ມູນໃຫຍ່, ຕິດຕັ້ງລະບົບຮັກສາຄວາມປອດໄພ, ລ້ອມຮົ້ວອ້ອມສຳນັກງານ ແລະ ອື່ນໆ ແມ່ນເລີ່ມກໍ່ສ້າງມາແຕ່ທ້າຍປີ 2018 ແລະ ປັດຈຸບັນເປີດນຳໃຊ້ຢ່າງເປັນທາງການແລ້ວ.


