“ຜູ້ຍິງຈົ່ງໜວດ” ຈາກອິນເດຍ ຫວັງສ້າງມາດຕະຖານຄວາມງາມແບບໃໝ່

ຜູ້ຍິງຊາວອິນເດຍ ຜູ້ພາກພູມໃຈຕໍ່ການຈົ່ງໜວດອັນດົກດຳຂອງນາງ ໂດຍບໍ່ສົນໃຈຄ່ານິຍົມແບບເກົ່າ ທີ່ເບິ່ງວ່າບໍ່ມີໜວດ ຫລື ບໍ່ມີຂົນເທິງໃບໜ້າຂອງຜູ້ຍິງ ຄືສິ່ງທີ່ຄວນຖືກກຳຈັດເພື່ອຄວາມງາມ.
ຜູ້ຍິງອາຍຸ 35 ປີ ຈາກເຂດກັນນູ ລັດເກຣລະ ເຊິ່ງຢູ່ທາງຕາເວັນຕົກສຽງໃຕ້ຂອງອິນເດຍ ຜູ້ເອີ້ນຕົນເອງພຽງຊື່ສັ້ນໆວ່າ: “ຊີຈາ” ເລົ່າວ່າ: ນາງຈົ່ງໜວດມາເປັນເວລາຫລາຍປີແລ້ວ ແລະ ມັກຖືກຖາມ ຫລື ຢອກລໍ້ເລື່ອງໜວດເທິງໃບໜ້າຂອງນາງສະເໝີຈົນຊິນເຄີຍໄປແລ້ວ.
ຜູ້ຍິງຊາວອິນເດຍຈຳນວນບໍ່ໜ້ອຍ ມີຂົນຕາມໃບໜ້າ ແລະ ຈົ່ງໜວດເຊັ່ນດຽວກັບ ຊີຈາ ເຊິ່ງເປັນເລື່ອງທີ່ເກີດຂຶ້ນຕາມທຳມະຊາດຂອງເຜົ່າພັນ. ຂະນະທີ່ຄ່ານິຍົມແບບເກົ່າກຳນົດວ່າ: ບໍ່ມີຂົນເທິງໃບໜ້າ ຫລື ບໍ່ມີໜວດຕາມຂອບປາກຂອງຜູ້ຍິງ ຄືສິ່ງທີ່ຄວນຖອນຖິ້ມ ຫລື ກຳຈັດຖິ້ມຢ່າງສະໝໍ່າສະເໝີ ຕາມມາດຕະຖານຄວາມງາມທີ່ຢຶດຖືກັນມາຕະຫລອດ.
ແຕ່ວ່າ ຊີຈາ ພັດຄິດກົງກັນຂ້າມ, ນາງບໍ່ເຄີຍສົນໃຈຈະແວັກເອົາຂົນເທິງໃບໜ້າ ຫລື ໜວດຂອງນາງອອກໄປ ເຖິງວ່ານາງຈະຍັງເລັມ ແລະ ຖອນຂົນຄິ້ວເພື່ອໃຫ້ເຂົ້າຮູບ ແລະ ນາງຢືນຢັນວ່າມັກໜວດຂອງຕົນເອງຫລາຍ.
ເຖິງວ່າຈະມີຫລາຍຄົນບອກໃຫ້ ຊີຈາ ເອົາໜວດອອກ, ແຕ່ນາງກໍປະຕິເສດທຸກເທື່ອ ແລະ ບອກວ່າ: ການສ້າງຄວາມໝັ້ນໃຈໃນຕົນເອງບໍ່ຈຳເປັນຕ້ອງເຮັດຕາມມາດຕະຖານຄວາມງາມທົ່ວໄປ ເວລາທີ່ນາງໂພສຮູບເຊລຟີ່ຂອງຕົນເອງລົງໃນໂຊຊຽວມີເດຍ ຊີຈາ ມັກໄດ້ຮັບຄວາມເຫັນໃນທາງຢອກລໍ້ ແລະ ຕຳໜິ ແຕ່ນາງບໍ່ເຄີຍປ່ອຍໃຫ້ຄວາມເຫັນເຫລົ່ານັ້ນສົ່ງຜົນກະທົບຕໍ່ຄວາມຄິດຂອງນາງ.
ຊີຈາ ກ່າວວ່າ: ຕອນນີ້ນາງຄິດໜ້າຕົນເອງແບບບໍ່ມີໜວດບໍ່ອອກແລ້ວ ຕອນທີ່ພະຍາດໂຄວິດ-19 ລະບາດຢ່າງໜັກ ນາງບໍ່ມັກທີ່ຕ້ອງໃສ່ຜ້າປິດປາກຕະຫລອດເວລາ ເພາະມັນປິດບັງໃບໜ້າຂອງນາງ ແລະ ນາງບໍ່ເຄີຍຮູ້ສຶກວ່າ ຕົນເອງບໍ່ງາມ ເພາະມີ ຫລື ບໍ່ມີໜວດ ນາງພຽງຢາງເຮັດສິ່ງທີ່ຕົນເອງມັກ.
ຊີຈາ ຢືນຢັນວ່າ: ຄອບຄົວຂອງນາງສະໜັບສະໜູນຢ່າງເຕັມທີ່ເລື່ອງການຈົ່ງໜວດ ແລະ ລູກສາວຂອງນາງມັກເວົ້າສະເໝີວ່າ: ນາງເໝາະທີ່ຈະຈົ່ງໜວດ.

