UN ຮຽກຮ້ອງເກີດິສຖານ ຍົກເລີກແຜນແຍກຕົວຈາກອີຣັກ

ສະຫະປະຊາຊາດຮຽກຮ້ອງລັດຖະບານຂອງເຂດປົກຄອງຕົນເອງເກີດິສຖານ ຍົກເລີກແຜນຈັດການລົງປະຊາມະຕິແຍກເອກະລາດອອກຈາກອີຣັກ ທີ່ຈະມີຂຶ້ນໃນວັນທີ 25 ກັນຍານີ້.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງແບກແດດ ປະເທດອີຣັກ ໃນວັນທີ 17 ກັນຍານີ້ວ່າ: ທ່ານ ຍານ ຄູບິສ ທູດພິເສດດ້ານກິດຈະການອີຣັກຂອງສະຫະປະຊາຊາດ (UN) ຍື່ນໜັງສືຕໍ່ທ່ານ ມາຊູດ ບາຣຊານີ ປະທານາທິບໍດີແຫ່ງເຂດປົກຄອງຕົນເອງເກີດິສຖານ ຢູ່ທາງເໜືອຂອງອີຣັກ ມີສາລະສຳຄັນຮຽກຮ້ອງໃຫ້ທ່ານ ບາຣຊານີ ຍົກເລີກແຜນຈັດການລົງປະຊາມະຕິແຍກເອກະລາດອອກຈາກລັດຖະບານແບກແດດ ໃນວັນທີ 25 ກັນຍານີ້ ຫຼື ຢ່າງໜ້ອຍຂໍໃຫ້ເລື່ອນອອກໄປກ່ອນ ແລະ ເຂົ້າຮ່ວມການເຈລະຈາທີ່ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ຈະເຮັດໜ້າທີ່ຜູ້ໄກ່ເກ່ຍ ເພື່ອຫຼຸດຜ່ອນຄວາມຂັດແຍ່ງລະຫວ່າງລັດຖະບານແບກແດດກັບເກີດິສຖານ ອັນຈະນຳໄປສູ່ສະຖຽນລະພາບ ແລະ ການຮັກສາຜົນປະໂຫຍດຮ່ວມກັນລະຫວ່າງທັງສອງຝ່າຍຕໍ່ໄປ.
ຂະນະທີ່ຜູ້ນຳເກີດິສຖານກ່າວລະຫວ່າງລົງພື້ນທີ່ພົບປະປະຊາຊົນ ໃນວັນທີ 16 ກັນຍາວ່າ: “ຊ້າໄປແລ້ວ” ທີ່ຈະເລື່ອນ ຫຼື ຍົກເລີກຈັດການລົງປະຊາມະຕິ, ແຕ່ກ່າວວ່າເກີດິສຖານບໍ່ເຄີຍເປີດປະຕູຂອງການເຈລະຈາ. ສ່ວນທຳນຽບຂາວຖະແຫຼງການເຕືອນອີກວ່າ: ການຈັດລົງປະຊາມະຕິໃນພື້ນທີ່ຂັດແຍ່ງຖືເປັນ “ເຈຕະນາຍົ່ວຍຸ” ແລະ ລັດຖະບານວໍຊິງຕັນເຄີຍເຕືອນເກີດິສຖານຫຼາຍເທື່ອແລ້ວວ່າ: ການຈັດລົງປະຊາມະຕິແຍກເອກະລາດອອກຈາກອີຣັກຈະສົ່ງຜົນຕໍ່ຄວາມພະຍາຍາມຮ່ວມກັນ ເພື່ອປາບປາມກຸ່ມ IS ແລະ ສະຖຽນລະພາບດ້ານຄວາມໝັ້ນຄົງໃນພື້ນທີ່.
ສ່ວນນາຍົກລັດຖະມົນຕີ ໄຮເດີ ອັດ ອາບາດີ ຜູ້ນຳອີຣັກ ກ່າວເຖິງສະຖານະການທາງການເມືອງຢູ່ເກີດິສຖານວ່າ: ລັດຖະບານແບກແດດຮັບຮູ້ ແລະ ເຂົ້າໃຈຄວາມຕ້ອງການຂອງອີກຝ່າຍໃນເລື່ອງນີ້ມາຕະຫລອດ, ແຕ່ການເຈລະຈາຮ່ວມກັນເທົ່ານັ້ນຄືຫົນທາງເໝາະສົມທີ່ສຸດໃນການຫຼຸດຜ່ອນສະຖານະການ. ເຖິງຢ່າງໃດກໍຕາມ, ຖ້າແຜນການລົງປະຊາມະຕິຂອງເກີດິສຖານແຜ່ລາມກາຍເປັນຄວາມຮຸນແຮງ, ລັດຖະບານແບກແດດບໍ່ລັງເລທີ່ຈະໃຊ້ “ມາດຕະການທາງທະຫານ” ເພື່ອຄວບຄຸມສະຖານະການ.

