ຈີນ-ລາວ-ມຽນມາ-ໄທ ເລີ່ມລາດຕະເວນຮ່ວມໃນແມ່ນ້ຳຂອງຄັ້ງທີ119

ເມື່ອ​ບໍ່​ດົນ​ມາ​ນີ້ ສຳນັກຂ່າວຊິນ​ຮວາ ໄດ້ລາຍງານຂ່າວວ່າ: ໜ່ວຍ​ງານ ບັງຄັບ​ໃຊ້ ​ກົດໝາຍ​ ຈາກ​ຈີນ, ລາວ, ມຽນມາ ​ແລະ ​ໄທ ​ເລີ່​ມລາດຕະ​ເວນຮ່ວມ​ ໃນ​ແມ່​ນ້ຳຂອງ​ ຄັ້ງທີ119​ແລ້ວ​ ຫລັງ​ຈາກ​ ກຳ​ປັ່ນ​ຂອງ​ຈີນ 2ລຳ​ ອອກ​ເດີນທາງ ​ຈາກ ​ທ່າ​ກຳ​ປັ່ນ ຈິ່ງ​ຮາ(Jingha) ​ແຄວ້ນ ​ປົກຄອງ​ຕົນ​ເອງ ສິບ​ສອງ​ພັນນາ ຊົນ​ເຜົ່າ​ພູ​ໄທ ​ແຂວງ​ຢູນນານ ທາງ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ ຂອງ​ປະ​ເທດ ນັບ​ເປັນ​ສັນຍານ ​ເລີ່​ມຕົ້ນ ປະຕິບັດ​ການ​ ຢ່າງ​ເປັນ​ທາງ​ການ ລວມມີ 4ປະ​ເທດ ຈະ​ສືບ​ຕໍ່ ສຸມ​ໃສ່ ​ຕ້ານອາ​ຊະ​ຍາ​ກຳ ຂ້າມ​ຊາຍ​ແດນ ​ເພື່ອ​ປົກປັກ​ ຮັກສາ ​ຄວາມ ປອດ​ໄພ​ ​ແລະ ຄວາມ​ໝັ້ນຄົງ ຕາມ​ລຳ​ແມ່​ນ້ຳຂອງ ລະຫວ່າງ ການ​ລາດ ຕະ​ເວນ​ ດັ່ງກ່າວ.
ອາດເປັນຮູບພາບຂອງ 4 ຄົນ ແລະ ກາງແຈ້ງ