1/3 ແຮງງານໃນສະຫະລັດຕົກງານ ບໍ່ສາມາດດຳລົງຊີວິດຢູ່ໄດ້

ໂດຍ: ລູກເມືອງພວນ

ອີງຕາມການຢັ່ງຫາງສຽງໃນບົດລາຍງານວັນທີ 14 ພຶດສະພານີ້ ໃຫ້ຮູ້ວ່າ, 1/3 ແຮງງານໃນສະຫະລັດຕົກງານ ຫຼື ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ ຍ້ອນພະຍາດໂຄວິດ-19 ກຳລັງພົບກັບຄວາມຫຍູ້ງຍາກໃນການຊຳລະຄ່າບິນເງິນແຕ່ລະເດືອນຂອງຕົນ ແລະ ເກືອບເຄິ່ງໜຶ່ງບໍ່ມີເງິນ 400 ໂດລາເພື່ອໃຊ້ຈ່າຍໃນກໍລະນີສຸກເສີນ.

ທະນາຄານສະສົມໃນສະຫະລັດໃຫ້ຮູ້ວ່າ ການເງິນຂອງຫຼາຍຄົວເຮືອນຕົກຢູ່ໃນສະພາບຄອນແຄນກ່ອນທີ່ຈະເກີດວິກິດການທາງພະຍາດໂຄວິດ-19 ແລະ ສະພາບການດັ່ງກ່າວຍິ່ງຮຸນແຮງຂຶ້ນເມື່ອມີມາດຕະການປິດເສດຖະກິດ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ. ຜູ້ທີ່ມີລາຍຮັບຕໍ່າ ກໍຍິ່ງໄດ້ຮັບຜົນກະທົບໜັກ.

ພາຍຫຼັງສະພາຂອງສະຫະລັດ ໄດ້ມີມະຕິຕົກລົງອະນຸມັດກ້ອນເງິນ 2.000 ຕື້ໂດລາ ຊ່ວຍໜູນໃຫ້ປະຊາຊົນ. ແຕ່ວ່າກ່ອນທີ່ກ້ອນເງິນຈຳນວນດັ່ງກ່າວຈະໄປເຖິງມືປະຊາຊົນນັ້ນ, ປະຊາຊົນຫຼາຍກວ່າເຄີ່ງໜຶ່ງແມ່ນບໍ່ຮູ້ວ່າຈະເຮັດແນວໃດແລ້ວ, ມີຊີວິດຢູ່ພໍສືບມື້ສືບວັນ. ຜຸ້ອຳນວຍການທະນາຄານ  FED, Michelle Bowman ໃຫ້ຮູ້ວ່າ: ຕົວເລກທຳການສອບຖາມຫາງສຽງຂອງສັງຄົມ ໃຫ້ຮູ້ວ່າ: ນັບແຕ່ມີວິກິດການທາງດ້ານການແພດສາທາລະນະ, ປະຊາຊົນອາເມລິກາຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານການເງິນ ຫຼາຍກວ່າໃນໄລຍະທ້າຍປີ 2019 ຜ່ານມາ.

ໃນບົດລາຍງານຊີ້ແຈງວ່າ: ຜູ້ອອກແຮງງານທີ່ຕົກງານ ຫຼື ຜູ້ທີ່ຂໍລາພັກໃນເດືອນກຸມພານັ້ນກວມເອົາເຖິງ 13%, ໃນຂະນະດຽວກັນ 6% ຈຳຕ້ອງໄດ້ຫຼູດຜ່ອນຊົ່ວໂມງເຮັດວຽກລົງ ຫຼື ຕ້ອງພັກວຽກໂດຍບໍ່ໄດ້ຮັບເງິນເດືອນ. ຈຳນວນຜູ້ທີ່ມີລາຍຮັບ 40.000 ໂດລາ/ປີ ຕົກງານ 39%. ຜູ້ທີ່ມີໃບປາກາສະນີຍະບັດຂັ້ນມະຫາວິທະຍາໄລຢ່າງໜ້ອຍ 1 ໃບຂຶ້ນເມືອ ແມ່ນຍັງພໍມີໂອກາດໄດ້ເຮັດວຽກຢູ່ ແຕ່ເຮັດວຽກຢດ້ວຍທາງອອນລາຍຢູ່ກັບບ້ານເຮືອນ.

ເກືອບ 2/3 ຂອງຜູ້ທີ່ຕ້ອງໄດ້ອອກຈາກວຽກ ຫຼື ຫຼຸດຜ່ອນຊົ່ວໂມງເຮັດວຽກລົງນັ້ນໃຫ້ຮູ້ວ່າ  ກຳລັງປະເຊີນກັບຄວາມຫຍຸ້ງຍາກໃນການສຳລະຄ່າໃບບິນຂອງຕົນປະຈຳເດືອນເມສາ. ໃນຂະນະດຽວ 46% ຂອງຜູ້ອອກແຮງງານແມ່ນບໍ່ມີເງິນສົດຢູ່ໃນມືເຖິງ 400 ໂດລາ ເພື່ອໃຊ້ຈ່າຍໃນຍາມສຸກເສີນ. ແຕ່ກໍມີຂ່າວດີວ່າ ຕາມການຄາດຄະເນ, ໃນເດືອນ ມີນາ ທຸກຄົນຈະໄດ້ກັບເຂົ້າມາເຮັດວຽກ, ແຕ່ພ້ອມດຽວກັນນັ້ນ 3/4 ຍັງບໍ່ທັນຮູ້ຈະແຈ້ງວ່າ ມື້ໃດຈະໄດ້ກັບມາເຮັດວຽກຄືເກົ່າ.

 

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ