ປ່ຽນພະນັກງານເປັນຕົວລະຄອນໃນເກມ

           ບໍລິສັດຍີ່ປຸ່ນປ່ຽນພະນັກງານເປັນຕົວລະຄອນໃນເກມ
ເຮັດເຂັມຂັດຫລອດ HP ສະແດງສະຖານະວ່າຕອນນີ້ໄຫວ ຫລື ບໍ?
ທຸກມື້ນີ້ເລື່ອງສຸຂະພາບຈິດຂອງພະນັກງານ ເປັນເລື່ອງທີ່ຫລາຍອົງກອນໃຫ້ຄວາມສໍາຄັນຫລາຍຂຶ້ນ ເຮົາຈຶ່ງເຫັນໄດ້ວ່າຫລາຍບໍລິສັດ ແລະ ອົງກອນ ໄດ້ມີນະໂຍບາຍໃຫ້ແກ່ພະນັກງານ, ດັ່ງບໍລິສັດ Onken ເປັນບໍລິສັດໂລຈິສຕິກ ປະເທດຍີ່ປຸ່ນໄດ້ເຮັດເຂັມຂັດສະແດງຄ່າ HP ຫລື ຫລອດເລືອດ ທີ່ຮຽນແບບວີດີໂອເກມເພື່ອສະແດງສະຖານະການຂອງພະນັກງານແຕ່ລະຄົນວ່າມີສະພາບເປັນແນວໃດ.
ເຂັມຂັດຈະສະແດງ HP ສູງສຸດຢູ່ທີ່ 10,000 ຍິ່ງ HP ຫລາຍເທົ່າໃດກໍໝາຍຄວາມວ່າພະນັກງານຄົນນັ້ນມີພະລັງງານເຕັມທີ່ ແລະ ພ້ອມຈະເຮັດວຽກ, ແຕ່ຖ້າ HP ເຫລືອໜ້ອຍ ກໍໝາຍຄວາມວ່າພະນັກງານຜູ້ນັ້ນຮູ້ສຶກບໍ່ດີ, ຄຽດ, ກັງວົນ ຫລື ເມື່ອຍ ເຊັ່ນດຽວກັບຕົວລະຄອນໃນເກມທີ່ມີ HP ໜ້ອຍເທົ່າໃດຍິ່ງສ່ຽງຕໍ່ Game Over.
ເຂັມຂັດທີ່ນໍາມາໃຊ້ທັງໝົດຈະມີ 3 ຮູບແບບຄື
– 10,000 HP (ຫລື ຫລອດເລືອດເຕັມ) ໝາຍເຖິງພະລັງງານໃນການເຮັດວຽກມາເຕັມ.
– 3,899 HP ໝາຍເຖິງຍັງມີພະລັງງານເຫລືອຢູ່ ຍັງມີແຮງສູ້ຕໍ່.
– 15 HP ໝາຍເຖິງພະນັກງານຄົນນັ້ນບໍ່ມີແຮງສູ້ຕໍ່ແລ້ວ.
ການທີ່ພະນັກງານມີຫລອດ HP ຍັງເຮັດໃຫ້ພະນັກງານໃຈດີຕໍ່ຜູ້ອື່ນຫລາຍຂຶ້ນເພາະປົກກະຕິແລ້ວເຮົາບໍ່ມີທາງຮູ້ວ່າໝູ່ທີ່ຮ່ວມເຮັດວຽກຢູ່ນັ້ນ ມີສະພາບທາງອາລົມນະຕອນນັ້ນແນວໃດ, ທີ່ສໍາຄັນຫລອດ HP ຍັງເປັນຕົວເລີ່ມບົດສົນທະນາລະຫວ່າງພະນັກງານໄດ້ດີອີກດ້ວຍ ແລະ ຍັງເຮັດໃຫ້ບັນຍາກາດການເຮັດວຽກຂອງບໍລິສັດ Onken ສົດໃສຫລາຍຂຶ້ນ.
ນະໂຍບາຍນີ້ໄດ້ຮັບສຽງຕອບຕອບຮັບທີ່ດີຈາກພະນັກງານ ແລະ ມວນຊົນ ເພະາຫລັງຈາກທີ່ມີການອັບໂຫລດເລື່ອງລາວດັ່ງກ່າວລົງທະວິດເຕີຂອງບໍລິສັດ ກໍມີຄົນເຂົ້າມາກົດໄລ້ເກືອບ 23,000 ໄລ້ ແລະ ມີຄົນສະແດງຄວາມຄິດເຫັນກັນເປັນຈໍານວນຫລາຍ.

https://twitter.com/onkenkenken/status/1540948590348337152?ref_src=twsrc%5Etfw%7Ctwcamp%5Etweetembed%7Ctwterm%5E1540948590348337152%7Ctwgr%5E%7Ctwcon%5Es1_&ref_url=https%3A%2F%2Fbrandinside.asia%2Fhp-bar-in-office%2F