ອົງການອະນາໄມໂລກປະກາດໃຫ້ຕິດເກມເປັນອາການທາງຈິດປະເພດໜຶ່ງ
ເມື່ອວັນທີ18 ມິຖຸນາທີ່ຜ່ານມາ ອົງການອະນາໄມໂລກໄດ້ເຜີຍແຜ່ຄູ່ມືບົ່ງມະຕິ ແລະ ຈັດປະເພດຂອງພະຍາດລະຫ່ວາງປະ ເທດ (The International Classification of Diseases) ສະບັບປັບປຸງ 2018 ຫລື ຮູ້ຈັກກັນດີໃນ “ICD-11” ໂດຍລະບຸໃຫ້ອາການຕິດເກມ (Gaming Disorder) ເປັນອາການທາງຈິດປະເພດໜຶ່ງທີ່ຕ້ອງໄດ້ຮັບການບຳບັດແກ້ໄຂໃນທາງການແພດ.
“ICD-11” ລະບຸວ່າ ພຶດຕິກຳການຕິດເກມຈະເຂົ້າຂ່າຍກາຍເປັນຄວາມຜິດປົກກະຕິທາງຈິດໄດ້ຈະຕ້ອງປະກອບໄປດ້ວຍ 3 ລັກສະນະອາການດັ່ງນີ້ :
- ບຸກຄົນນັ້ນບໍ່ສາມາດຄວບຄຸມໂຕເອງບໍ່ໃຫ້ຫລິ້ນເກມໄດ້ : ການຫລິ້ນເກມຖືກຕັ້ງໄວ້ໃຫ້ເປັນກິດຈະກຳຫລັກໃນແຕ່ລະມື້.
- ບໍ່ສົນໃຈສິ່ງອື່ນອ້ອມໆໂຕ ເຊິ່ງອາດລວມໄປເຖິງຄວາມສຳພັນໃນຄອບຄົວ ແລະ ກຸ່ມໝູ່.
- ຍັງຄົງເດີນໜ້າທີ່ຈະຫລິ້ນເກມຕໍ່ໄປ ເຖິງຈະເລີ່ມມີຜົນກະທົບດ້ານລົບຕໍ່ຕົນເອງ.
ໂດຍພຶດຕິກຳຕ່າງໆເຫລົ່ານີ້ມັກເກີດຂຶ້ນຊຳ້ໆຕະຫລອດ 1 ປີທີ່ຜ່ານມາ ກ່ອນທີ່ຈະໄດ້ຮັບການບົ່ງມະຕິ ນອກຈາກນີ້ອາການຕິດເກມດັ່ງກ່າວອາດນຳໄປສູ່ການໃຊ້ສານເສບຕິດຕ່າງໆ, ຕິດກັນຊາ, ເຄື່ອງດື່ມອານກໍຮໍ, ກາເຟອີນ ຫລື ນິໂກຕິນຮ່ວມນຳ ເຊິ່ງຈະຍິ່ງເຮັດໃຫ້ອາການມີຄວາມສັບຊ້ອນເພີ່ມຫລາຍຂຶ້ນ.
ຄຳນິຍາມດັ່ງກ່າວຂອງອົງການອະນາໄມໂລກບໍ່ໄດ້ຢາກຈະສື່ວ່າ ການຫລິ້ນເກມຈະນຳໄປສູ່ການມີລັກສະນະອາການທາງຈິດສະເໝີໄປ ການຫລິ້ນເກມເປັນພຽງຄຸນສົມບັດຂໍ້ໜຶ່ງທີ່ເຊື່ອມໂຍງ ແລະ ສົ່ງຜົນຕໍ່ສຸຂະພາບທາງຈິດຂອງຜູ້ຫລິ້ນ ຫາກບຸກຄົນນັ້ນເສບຕິດເກມຫລາຍຈົນເກີນພໍດີ ແລະ ສົ່ງຜົນກະທົບດ້ານລົບຕໍ່ການດຳລົງຊີວິດ, ຄອບຄົວ, ສັງຄົມ, ການສຶກສາ ແລະ ໜ້າທີ່ການງານຢ່າງມີຄວາມສຳຄັນ.
ໂຕແທນຂອງອົງການອະນາໄມໂລກເຜີຍວ່າ : 2 ໃນ 3 ຂອງຜູ້ຫລິ້ນເກມທັງໝົດທົ່ວໂລກລ້ວນແຕ່ພະເຊີນກັບໜຶ່ງໃນລັກສະນະອາການຕ່າງໆຂ້າງເທິງ ໃນຂະນະທີ່ Dr. Mark Griffiths ອາຈານປະຈຳມະຫາວິທະຍາໄລ Nottingham Trent University ຜູ້ຊ່ຽວຊານທີ່ສຶກສາພຶດຕິກຳການຫລິ້ນເກມມາດົນກ່ວາ 30 ປີ ລະບຸວ່າ : ອາການຕິດເກມດັ່ງກ່າວສ້າງຜົນກະທົບໃນດ້ານລົບໜ້ອຍກ່ວາ 1% ຂອງຜູ້ຫລິ້ນທັງໝົດທົ່ວໂລກ ແລະ ມີຈຳນວນບໍ່ໜ້ອຍທີ່ມັກຈະສະແດງອາການຄ້າຍຄືກັບພະຍາດອື່ນໆ ເຊັ່ນ : ຊຶມເສົ້າ, ອາການສອງບຸກຄະລິກ ລວມເຖິງອາການບົກພ່ອງທາງການສື່ສານແລະ ອາລົມ ເປັນຕົ້ນ.
ນອກຈາກນີ້, Bruce Lee ຜູ້ຊ່ວຍສາດສະດາຈານດ້ານສຸຂະພາບ ປະຈຳ Johns Hopkins Bloomberg School of Public Health ເປີດເຜີຍວ່າ : ການຫລິ້ນເກມມີສ່ວນຊ່ວຍໃນການຫລຸດຄວາມເຄັ່ງຄຽດ, ເພີ່ມພູນທັກສະໃນການແກ້ໄຂບັນຫາ ແລະ ຝຶກປະສາດສຳຜັດຄວາມສຳຜັດລະຫ່ວາງນິ້ວມື ແລະ ດວງຕາ ເຊິ່ງມີເຕັກໂນໂລຊີຈຳນວນຫລາຍ ເຊັ່ນ : VR ທີ່ໄລຍະຫລັງເຂົ້າມາມີບົດບາດຫລາຍໃນຂະບວນການບຳບັດສຸຂະພາບຈິດ.

