ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງນານ ພົບໝົດອາຍຸ 38 ລາຍການ ມູນຄ່າ 17,8 ລ້ານກີບ

ຂ່າວສານຫລວງພະບາງລາຍງານໃຫ້ຮູ້ວ່າ: ວັນທີ 7 ກໍລະກົດ 2022 ນີ້ຫ້ອງປະຊຸມເມືອງນານ ແຂວງຫຼວງພະບາງ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງນານ ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ແລະ ພິທີທໍາລາຍສິນຄ້າໝົດອາຍຸ, ສິນຄ້າປອມແປງ ໂດຍມີທ່ານ ແສງເພັດ ເພັດດວງຈັນ ຮອງເຈົ້າເມືອງ-ເມືອງນານ, ທ່ານ ບຸນສົມ ຄູນມະນີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງ, ນາຍບ້ານ 15 ບ້ານໃນເທສະບານເມືອງ ພ້ອມດ້ວຍນັກທຸລະກິດຜູ້ປະກອບການພາຍໃນເມືອງເຂົ້າຮ່ວມ.

ທ່ານ ບຸນສົມ ຄູນມະນີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ກໍໄດ້ຍົກໃຫ້ເຫັນ 7 ບັນຫາຢູ່ໃນກົດໝາຍດັ່ງກ່າວເພື່ອໃຫ້ຜູ້ປະກອບການນັກທຸລະກິດ ແລະ ຜູ້ຊົມໃຊ້ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງເພື່ອຈະໄດ້ນໍາເອົາໄປຈັດຕັ້ງປະຕິບັດເຂົ້າໃນທຸລະກິດໃຫ້ມີຄວາມຖືກຕ້ອງ ສອດຄ່ອງກັບລະບຽບກົດໝາຍທີ່ວາງໄວ້, ໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ດໍາລັດ 474/ນຍ, ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຈາກຂະແໜງການຄ້າພາຍໃນແຂວງຕື່ມອີກ. ຈາກນັ້ນກໍ່ໄດ້ມີພິທີທໍາລາຍສິນຄ້າໝົດອາຍຸ, ສິນຄ້າເສຍຄຸນ ແລະ ສິນຄ້າປອມແປງຂຶ້ນ.

ຈາກນັ້ນທ່ານ ນາງ ມາລີ ທະນົງສັກ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ກໍໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ໄດ້ລົງກວດກາ ສິນຄ້າປະເພດຕ່າງໆ ເຊິ່ງໄດ້ພົບເຫັນສິນຄ້າທີ່ໝົດອາຍຸ, ສິນຄ້າປອມແປງ ຖືກວາງຂາຍຕາມຮ້ານຄ້າຕ່າງໆ ພາຍໃນເມືອງລວມມີ 38 ລາຍການ, ສ່ວນໃຫຍ່ແມ່ນສິນຄ້າປະເພດເຄື່ອງດື່ມ ແລະ ແປ້ງນົວ ລວມມູນຄ່າສິນຄ້າທັງໝົດ 17.823.000 ກີບ, ເຊິ່ງການປະຕິບັດວຽກງານດັ່ງກ່າວແມ່ນມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນກ່ວາເກົ່າ. ໂອກາດນີ້ຄະນະປະທານພ້ອມດ້ວຍຜູ້ແທນກອງປະຊຸມກໍ່ໄດ້ຮ່ວມກັນທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງດັ່ງກ່າວເພື່ອບໍ່ໃຫ້ສິນຄ້າທີ່ຍຶດມາໄດ້ໃນຄັ້ງນີ້ຖືກນໍາໄປຈໍາໜ່າຍໃຫ້ຜູ້ບໍລິໂພກຕື່ມອີກ.

ໂອກາດດັ່ງກ່າວທ່ານ ບຸນສົມ ຄູນມະນີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ ແລະ ທ່ານ ແສງເພັດ ເພັດດວງຈັນ ຮອງເຈົ້າເມືອງ-ເມືອງນານ ຜູ້ຊີ້ນໍາວຽກງານເສດຖະກິດປະທານກອງປະຊຸມ ກໍ່ໄດ້ຮຽກຮ້ອງໃຫ້ພະນັກງານ ທະຫານ ຕໍາຫຼວດ ປະຊາຊົນບັນດາເຜົ່າຈົ່ງພ້ອມກັນເປັນເຈົ້າການ ແລະ ມີສະຕິຕໍ່ການຊົມໃຊ້ສິນຄ້າປະເພດຕ່າງໆ, ຮູ້ຈໍາແນກສິນຄ້າທີ່ມີຄຸນນະພາບ ແລະ ບໍ່ມີຄຸນນະພາບ ໂດຍສະເພາະສິນຄ້າທີ່ໝົດອາຍຸ, ສິນຄ້າທີ່ລັດຄຸ້ມຄອງໃນ 8 ໝວດ 23 ລາຍການ, ຊ່ວຍກັນຄຸ້ມຄອງລາຄາໃຫ້ຖືກຕ້ອງຕາມລະບຽບກໍານົດໄວ້, ພ້ອມກັນເປັນໃຈກາງໃນການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ, ສຶບຕໍ່ຈັດຕັ້ງເຜີຍແຜ່ກົດໝາຍ ແລະ ດໍາລັດດັ່ງກ່າວໃຫ້ຜູ້ປະກອບການພາຍໃນເມືອງໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໄດ້ຮັບຜົນສໍາເລັດເປັນຢ່າງດີ.