ສາລະວັນ ວາງແຜນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 122,24 ຕື້ກີບ

ທ່ານ ຂັນທະລັກ ໂພໄຊ ຫົວໜ້າພະແນກການເງິນ ແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ທີ່ສະໂມສອນແຂວງ ໃນວັນທີ 20 ທັນວາ ຜ່ານມາ ນີ້ວ່າ: ສຳລັບທິດທາງແຜນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດປີ 2022 ລວມທັງສູນກາງ ແລະ ທ້ອງຖິ່ນມີທັງໝົດ 122,24 ຕື້ກີບ ທຽບໃສ່ປີ 2021 ຫຼຸດລົງ 29,67%. ໃນນັ້ນ, ລາຍຮັບພູດສູນກາງ 33 ຕື້ກີບ, ລາຍຮັບພູດທ້ອງຖິ່ນ 89,24 ຕື້ກີບ. ໃນນີ້, ສ່ວຍສາອາກອນ 89,29 ຕື້ກີບ, ຊັບສິນຂອງລັດ 8,11 ຕື້ກີບ ແລະ ຄຸ້ມຄອງລັດວິສາຫະກິດ-ປະກັນໄພ 210,16 ລ້ານກີບ, ສ່ວນດ້ານລາຍຈ່າຍແມ່ນອີງໃສ່ຄວາມສາມາດໃນການຂຸດຄົ້ນລາຍຮັບພາຍໃນແຂວງ ແລະ ການດຸ່ນດ່ຽງຊ່ວຍໜູນຂອງສູນກາງ ຊຶ່ງສະໜອງລາຍຈ່າຍທັງໝົດບໍ່ໃຫ້ເກີນ 369,28 ຕື້ກີບ (ລວມທັງລາຍຈ່າຍວິຊາການ).

ເພື່ອເຮັດໃຫ້ແຜນຈັດເກັບລາຍຮັບເຂົ້າງົບປະມານຖືກຕ້ອງຊັດເຈນຕາມແຜນທີ່ວາງໄວ້ໃນຕໍ່ໜ້າຕ້ອງເພີ່ມທະວີໃນການຄຸ້ມຄອງແຜນງົບປະມານແຫ່ງລັດຢ່າງເຂັ້ມງວດ ແລະ ຮັດກຸມ ໂດຍຫັນການຄຸ້ມຄອງເປັນທັນສະໄໝ, ສຸມໃສ່ການຂຸດຄົ້ນລາຍຮັບຕາມທ່າແຮງບົ່ມຊ້ອນພາຍໃນແຂວງທີ່ມີເຂົ້າງົບປະມານໃຫ້ຄົບຖ້ວນ, ຖືກຕ້ອງທັນຕາມເວລາ, ພ້ອມທັງເລັ່ງໃສ່ການຂະຫຍາຍລາຍຮັບໃຫ້ຫຼາຍຂຶ້ນ, ຫັນການຊຳລະຜ່ານລະບົບຄຸ້ມຄອງທັນສະໄໝ ໂດຍສະເພາະຫັນການຊຳລະຜ່ານລະບົບທະນະຄານ ເພື່ອຍົກສູງປະສິດທິພາບໃນການຈັດເກັບລາຍຮັບ ແລະ ທັງເປັນການສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການດ້ານຕ່າງໆໃນການມອບພັນທະເຂົ້າງົບປະມານ, ພ້ອມນີ້ ກໍຕ້ອງເອົາໃຈໃສ່ປັບປຸງລະບົບການຈັດຕັ້ງ, ສັບຊ້ອນ-ຈັດວາງບຸກຄະລາກອນຂອງຂະ ແໜງການເງິນແຕ່ແຂວງລົງຮອດເມືອງໃຫ້ມີຄວາມເຂັ້ມແຂງ ໂດຍແນໃສ່ເພື່ອຮັບປະກັນໃຫ້ການຄຸ້ມຄອງການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານມີປະສິດທິຜົນຫຼຸດຜ່ອນຊ່ອງວ່າງການຮົ່ວໄຫຼຢ່າງຕັ້ງໜ້າ.

ສຳລັບການຈັດເກັບລາຍຮັບມາຮອດວັນທີ 14 ທັນວາ 2021 ສາມາດຈັດເກັບລາຍຮັບໄດ້ທັງໝົດ 106,02 ຕື້ກີບ ເທົ່າກັບ 61% ຂອງແຜນແຜນປີ ຄາດຄະເນລາຍຮັບໝົດປີຈະສາມາດປະຕິບັດໄດ້ປະມານ 117,40 ຕື້ກີບ ເທົ່າກັບ 67,55% ຂອງແຜນປີ, ລາຍຮັບພູດສູນກາງປະຕິບັດໄດ້ 26,45 ຕື້ກີບ ເທົ່າກັບ 40,70% ຄາດຄະເນໝົດປີຈະໄດ້ປະມານ 30,47 ຕື້ກີບ ເທົ່າກັບ 46,88%, ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 79,56 ຕື້ກີບ ເທົ່າກັບ 73,12% ຂອງແຜນຄາດຄະເນໝົດປີ ຈະປະຕິບັດໄດ້ປະມານ 86,93 ຕື້ກີບ ເທົ່າກັບ 79,89%, ດ້ານລາຍຈ່າຍປະຕິບັດໄດ້ທັງໝົດ 370,72 ຕື້ກີບເທົ່າກັບ 86,54% ຄາດຄະເນໝົດປີ ບໍ່ເກີນ 428,36 ຕື້ກີບ.