ໃນວັນທີ 20 ເມສາ ຜ່ານມາ, ທີ່ສໍານັກງານປະທານປະເທດ ຫວຽດນາມ, ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຄະນະຜູ້ແທນຂັ້ນສູງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ (ຄຕພ) ເນື່ອງໃນໂອກາດທີ່ຄະນະເດີນທາງໄປຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມງານພົບປະມິດຕະພາບ ຄັ້ງທິີ X ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຫວຽດນາມ ແລະ ແຂວງເທືອທຽນເຫວ ສສ ຫວຽດນາມ.
ໂອກາດນີ້, ສະຫາຍ ຫວໍ ວັນ ເຖືອງ ໄດ້ສະແດງຄວາມປິຕິຍິນດີໃນການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ແລະ ເຮັດວຽກກັບ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເປັນຄັ້ງທໍາອິດພາຍຫຼັງໄດ້ຮັບໜ້າທີ່ໃໝ່ ໃນບັນຍາກາດທີ່ສອງພັກ ກໍາລັງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ. ສະຫາຍປະທານປະເທດ ສສ ຫວຽດນາມ ໄດ້ສະແດງຄວາມດີໃຈ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນໂອກາດຢ້ຽມຢາມລາວຢ່າງເປັນທາງການ ສປປ ລາວ ໃນຕົ້ນເດືອນເມສາ 2023 ແລະ ຝາກຄວາມຂອບໃຈຕໍ່ການຕ້ອນຮັບຂອງການນໍາລາວ ຢ່າງອົບອຸ່ນ ຖານມິດສະຫາຍ ແລະ ສົມກຽດ; ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ ສປປ ລາວ ຍາດມາໄດ້ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ, ສືບຕໍ່ຍາດໄດ້ບັນດາຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ສະຫາຍປະທານປະເທດ ສສ ຫວຽດນາມ ຍັງໄດ້ມີຄໍາເຫັນເປັນທິດນໍາໃຫ້ແກ່ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ ແລະ ຫວຽດນາມ ສືບຕໍ່ເພີ່ມທະວີການປະສານສົມທົບ ແລະ ຮ່ວມມືເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ສອງພັກ, ສອງລັດຖະບານ ໄດ້ຕົກລົງກັນໃຫ້ໄດ້ຮັບຜົນສໍາເລັດ, ພ້ອມທັງຢືນຢັນວ່າ ສສ ຫວຽດນາມ ຈະສືບຕໍ່ຮ່ວມກັບ ສປປ ລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ – ລາວໃຫ້ເກີດດອກອອກຜົນ ຍືນຍົງຕະຫຼອດໄປ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ນໍາພາຄະນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ແລະ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງ ສະຫາຍ ຫວໍ ວັນ ເຖືອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ; ພ້ອມທັງສະແດງຄວາມຊົມເຊີຍຕໍ່ສະຫາຍ ຫວໍ ວັນ ເຖືອງ ທີ່ໄດ້ຮັບການແຕ່ງຕັ້ງເປັນປະທານປະເທດແຫ່ງ ສສ ຫວຽດນາມ ແລະ ໄດ້ລາຍງານວ່າ ຝ່າຍລາວ ຕີລາຄາສູງຕໍ່ຜົນສໍາເລັດໃນການຢ້ຽມຢາມລາວຂອງສະຫາຍ ໃນຕົ້ນເດືອນເມສາຜ່ານມາ ຊຶ່ງເປັນປະເທດທຳອິດ ພາຍຫຼັງຮັບຕໍາແໜ່ງເປັນປະທານປະເທດ; ຂໍນຳເອົາຄໍາຢື້ຢາມຖາມຂ່າວຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ມາຍັງ ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດແຫ່ງ ສສ ຫວຽດນາມ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ລາຍງານໂດຍສັງເຂບຂອງຈຸດປະສົງການມາຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ ຊຶ່ງເປັນການສືບຕໍ່ປະຕິບັດ ກົນໄກການຮ່ວມມື-ແລກປ່ຽນການຢ້ຽມຢາມ ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຫວຽດນາມ ແລະ ທັງເປັນກິດຈະກໍາ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຜ່ານມາ. ສະຫາຍ ໄດ້ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ພ້ອມກັບ ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ຕອນບ່າຍຂອງວັນດຽວກັນ, ສະຫາຍ ນາງ ເຈືອງ ຖິ ມາຍ ກຳມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງຄະນະເຊັ່ນກັນ. ໃນໂອກາດດັ່ງກ່າວ ສະຫາຍ ນາງ ເຈືອງ ຖິ ມາຍ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຢູ່ ສສ ຫວຽດນາມ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນພິເສດ ຫວຽດນາມ-ລາວ; ຕີລາສູງການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ກໍຄືສອງ ຄະນະພົວພັນຕ່າງປະເທດສູນກາງພັກ ຂອງສອງພັກ ໃນໄລຍະທີ່ຜ່ານມາ; ຕີລາຄາສູງທີ່ສອງຝ່າຍ ໄດ້ພ້ອມກັນຈັດຕັ້ງການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປະຈຳປີ 2022 ທີ່ຜ່ານມາດ້ວຍຜົນສໍາເລັດຢ່າງຈົບງາມ; ຕີລາຄາສູງທີ່ສອງຝ່າຍ ໄດ້ປະສານສົມທົບກັນໃນການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຮ່ວມມືຂອງການນຳຂັ້ນສູງຂອງ ສອງພັກ, ສອງລັດ ໃນໄລຍະທີ່ຜ່ານມາ; ຝາກຄວາມຢ້ຽມຢາມຖາມຂ່າວເຖິງ ສະຫາຍ ບຸນທອງ ຈິດມະນີກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ; ພ້ອມທັງອວຍພອນໃຫ້ແກ່ຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ນາງ ເຈືອງ ຖິ ມາຍ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ; ສະແດງຄວາມຊົມເຊີຍຕໍ່ ສະຫາຍ ນາງ ເຈືອງ ຖິ ມາຍ ທີ່ໄດ້ຮັບການແຕ່ງຕັ້ງເປັນ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ແລະ ເຊື່ອໝັ້ນວ່າດ້ວຍບົດຮຽນອັນດົມສົມບູນ ແລະ ດ້ວຍມູນເຊື້ອແຫ່ງຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ການພົວພັນຮ່ວມມືຢ່າງໃກ້ຊິດຂອງສະຫາຍທີ່ມີຕໍ່ ສປປ ລາວ, ສະຫາຍ ນາງ ເຈືອງ ຖິ ມາຍ ຈະສືບຕໍ່ຊີ້ນໍາ, ຊຸກຍູ້ໃນການເສີມຂະຫຍາຍສາຍພົວພັນພິເສດ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ; ຂໍນຳເອົາຄໍາຢື້ຢາມຖາມຂ່າວຈາກ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ມາຍັງ ສະຫາຍ ເຈືອງຖິມາຍ; ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການພົ້ນເດັ່ນ ຂອງ ສປປ ລາວ; ຕີລາຄາສູງຕໍ່ກັບການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ໃນໄລຍະທີ່ຜ່ານມາ; ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າແກ່ ພັກ, ລັດ ແລະ ປະຊາຊົນລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ; ພ້ອມທັງຢືນຢັນວ່າ ຈະຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ.
ຂ່າວ: ຄຕພ