ບາເຢິນ ມິວນິກ ຍື່ນຂໍ້ສະເຫນີທຳອິດຊື້ ມາເນ ໃຫ້ ລີເວີພູລ ພິຈາລະນາ

ສື່ລາຍງານວ່າ ບາເຢິນ ມິວນິກ ຍື່ນຂ້ໍສະເຫນີຄັ້ງທຳອິດໃຫ້ກັບ ລີເວີພູລ ໃນການຄວ້າ ຊາດີໂອ ມາເນ ກອງຫນ້າທີມຊາດເຊເນກັລ ມາຮ່ວມທີມດ້ວຍຄ່າຕົວ 30 ລ້ານຢູໂຣ ບວກກັບຕົວເລືອກເສີມອີກ 5-10 ລ້ານຢູໂຣ.

ກ່ອນຫນ້ານີ້ ສື່ຫລາຍສຳນັກລາຍງານກົງກັນວ່າ ມາເນ ຕ້ອງການຍ້າຍອອກຈາກຖິ່ນ ອິນຟິວ ໃນຕະຫລາດນັກເຕະລະດູການນີ້ ເຖິງຈະມີສັນຍາກັບທີມເຖິງປີ 2023 ເນື່ອງຈາກຕ້ອງການຫາຄວາມທ້າທາຍໃຫມ່ໆໃນອາຊີບນັກເຕະ.

ໂດຍ ບາເຢິນ ມິວນິກ ແລະ ປາຣິສ ແຊັງ ແຊັກແມັງ ຄື 2 ທີມທີ່ສະແດງຄວາມສົນໃຈດາວເຕະອາຍຸ 30 ປີຄົນນີ້ ໂດຍສະເພາະຢ່າງຍິ່ງກັບ ບາເຢິນ ມິວນິກ ທີ່ຫວັງໄດ້ ມາເນ ໄປແທນທີ່ ໂຣເບີດ ເລວານດອບສະກີ ກອງຫນ້າຕົວຫລັກທີ່ໃກ້ອຳລາສະໂມສອນ.

ຈົນຫລ້າສຸດ  ‘‘ Sky Sport Germany ’’ ລະບຸວ່າ : ບາເຢິນ ມິວນິກ ຍື່ນຂໍ້ສະເຫນີທຳອິດໃຫ້ກັບ ລີເວີພູລ  ພິຈາລະນາໃນການຊື້ຂາຍຂອງ ມາເນ ດ້ວຍເງິນຈຳນວນ 30 ລ້ານໂຣ ບວກກັບຕົວເລືອກເສີມອີກ 5-10 ລ້ານຢູໂຣ ຫາກເຮັດໄດ້ຕາມເງື່ອນໄຂຕ່າງໆ.

ແຕ່ເຖິງຢ່າງໃດກໍຕາມ ມີລາຍງານເພີ່ມອີກວ່າ : ລີເວີພູລ ຈະບໍ່ຮັບຂໍ້ສະເຫນີດັ່ງກ່າວ ເນື່ອງຈາກພວກເຂົາຕັ້ງຄ່າຕົວຂອງ ມາເນ ໄວ້ທີ່ຢ່າງຫນ້ອຍ 48,1 ລ້ານຢູໂຣ.