ຜູ້ອຳນວຍການ ເປແອສເຊ ຢືນຢັນ ຍັງບໍ່ມີແຜນປົດ ໂປເຊດຕີໂນ

ເລໂອນາໂດ ຜູ້ອຳນວຍການສະໂມສອນ ເປແອສເຊ ຢືນຢັນຍັງບໍ່ມີແຜນປົດ ເມົາຣີຊີໂອ ໂປເຊດຕີໂນ ພົ້ນຕຳແຫນ່ງຜູ້ຈັດການທີມຕອນນີ້ ເຖິງວ່າທີມຫາກໍຕົກຮອບ 16 ທີມສຸດທ້າຍ ແຊ໊ມປຽນລີກ ອັນເປັນເປົ້າຫມາຍສູງສຸດມາຫມາດໆ.
ເລໂອນາໂດ ຜູ້ອຳນວຍການດ້ານບານເຕະຂອງ ປາຣີສ ແຊັງ ແຊັກແມັງ ທີມໃຫຍ່ແຫ່ງລີກ ເອິງ ຝຣັ່ງ ອອກມາຢືນຢັນວ່າ ເມົາຣີຊີໂອ ໂປເຊັດຕີໂນ ຜູ້ຈັດການທີມຈະຍັງຄົງເປັນສ່ວນຫນຶ່ງໃນແຜນເຮັດທີມຂອງສະໂມສອນໃນລະດູການນີ້ ເຖິງຫລ້າສຸດ ໂປເຊດຕີໂນ ຈະພາທີມຕົກຮອບ 16 ທີມ ສຸດທ້າຍ ຢູຟາ ແຊ໊ມປຽນ ລີກ ຫລັງບຸກໄປເສຍໃຫ້ ເຣອັນ ມາດຣິດ 1-3 ໃນເກມນັດ 2 ເມື່ອວັນພຸດທີ່ຜ່ານມາສົ່ງຜົນໃຫ້ຕົກຮອບໄປດ້ວຍປະຕູລວມ 2 ນັດ 2-3 ກໍຕາມ.
ເລໂອນາໂດ ກ່າວວ່າ : ‘‘ ເຮົາບໍ່ຄວນໂຍນສິ່ງຕ່າງໆລົງໃນຖັງຂີ້ເຫຍື້ອໃນວລານີ້ ເຮົາບໍ່ຄວນເລີ່ມຕົ້ນດ້ວຍການກຳຈັດບາງສິ່ງອອກໄປໃນແຕ່ລະຄັ້ງທີ່ທີມເສຍ ເປົ້າຫມາຍຂອງເຮົາຄືຄວ້າແຊ໊ມ ແຊ໊ມປຽນລີກ ແລະ ຫລັງຈົບເຄິ່ງເວລາທຳອິດ ສະຖານະການຂອງເຮົາຍັງຄົງເປັນໄປຕາມທີ່ເຮົາຕັ້ງເປົ້າໄວ້ຢູ່ເລີຍ ຈາກນີ້ໄປເຮົາຕ້ອງການທີ່ຈະພັດທະນາທີມຊຸດນີ້ ແລະ ຮັກສາສະພາບຈິດໃຈຂອງນັກເຕະໃນທີມໃນການລົງຫລິ້ນເກມລີກ ເອິງ ເພື່ອຈົບລະດູການດ້ວຍຜົນງານທີ່ດີ ເຮົາຕ້ອງລວມໃຈເປັນຫນຶ່ງ ໂປເຊດຕີໂນ ຍັງຄົງເປັນສ່ວນຫນ່ຶງຂອງແຜນການໃນລະດູການນີ້ ຍັງບໍ່ເຖິງເວລາທີ່ຈະຕ້ອງຄິດເລື່ອງການປ່ຽນແປງຜູ້ຈັດການ ’’.

