ລາວ-ຫວຽດນາມ ຮັດແໜ້ນການຮ່ວມ ມືດ້ານເຕັກໂນໂລຊີ ແລະ ການສື່ສານ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມພົບປະມິດຕະ ພາບ, ແລກປ່ຽນບົດຮຽນ ລະຫວ່າງ ພະແນກເຕັກໂນໂລຊີ ແລະ ການ ສື່ສານແຂວງ ຄໍາມ່ວນ ແລະ ພະແນກຖະແຫລງຂ່າວ ແລະ ການສື່ສານແຂວງກວາງບິ່ງ ສສ ຫວຽດນາມ ໂດຍມີ ສະຫາຍ ຫວາດ ອິນຄໍາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການ ສື່ສານແຂວງຄໍາມ່ວນ, ສະຫາຍ ຮວ່າງ ຮົ້ວ ທ່າຍ ຫົວໜ້າພະແນກຖະແຫລງຂ່າວ ແລະ ການສື່ສານແຂວງກວາງບິ່ງ, ມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.
ຜ່ານການປຶກສາຫາລື, ສອງຝ່າຍໄດ້ເຫັນດີເປັນເອກະພາບບາງເນື້ອໃນເພື່ອຈັດຕັ້ງປະຕິບັດຮ່ວມມືກັນໃນໄລຍະ 2022-2024 ຄື: ສອງຝ່າຍເຫັນດີປະສານສົມທົບໃຫ້ມີຄວາມແໜ້ນແຟ້ນ, ເພີ່ມທະວີໃນການແລກປ່ຽນຂໍ້ມູນຂ່າວສານໂຄສະນາ ກ່ຽວກັບສາຍພົວພັນສາມັກຄີແບບພິເສດ, ມູນເຊື້ອຂອງສອງພັກ, ສອງລັດ, ນໍ້າໃຈຄວາມສາມັກຄີລະຫວ່າງສອງອົງຄະນະພັກ ແລະ ປະຊາຊົນສອງແຂວງ ໂດຍສະເພາະແມ່ນສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຄໍາມ່ວນ ແລະ ພະແນກຖະແຫລງຂ່າວ ແລະ ການສື່ສານແຂວງກວາງບິງ; ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ ກ່ຽວກັບວຽກງານຈັດຕັ້ງ, ຊີ້ນໍາ, ຄຸ້ມຄອງ ແລະ ການເຄື່ອນໄຫວດ້ານວິຊາສະເພາະ, ວິຊາຊີບ ຕາມພາລະບົດບາດ, ໜ້າທີ່ຂອງສອງພະແນກ ຢ່າງເປັນປົກກະຕິ;.
ສົ່ງເສີມ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ບັນດາຫົວໜ່ວຍວິສາຫະກິດ ທີ່ເຄື່ອນໄຫວຢູ່ໃນຂົງເຂດຖະແຫລງຂ່າວ ແລະ ການສື່ສານຂອງສອງແຂວງ ທີ່ຮ່ວມມືກັນລົງທຶນ, ໃຫ້ການຊ່ວຍເຫລືອໃນການພັດທະນາ ການຜະລິດທຸລະກິດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງ ສອງປະເທດ ລາວ ແລະ ຫວຽດນາມ; ສືບຕໍ່ເປັນເສນາທິການໃຫ້ແກ່ການນໍາພັກ, ອໍານາດການປົກຄອງສອງຝ່າຍ ສ້າງເງື່ອນໄຂ ອໍານວຍຄວາມສະດວກໃຫ້ແກ່ ສອງພະແນກການ ຜັດປ່ຽນກັນເຄື່ອນໄຫວພົບປະ, ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບວຽກງານຄຸ້ມຄອງ, ເຄື່ອນໄຫວດ້ານວິຊາສະເພາະ, ວິຊາຊີບ (2ປີ/ຄັ້ງ).
ພ້ອມນີ້, ສອງຝ່າຍເຫັນດີເປັນເອກະພາບກັນ ແຕ່ງຕັ້ງຄະນະປະສານງານສອງຝ່າຍ ເພື່ອປະຕິບັດຕາມເນື້ອໃນບົດບັນທຶກຊ່ວຍຈໍາສະບັບນີ້ ແລະ ສອງຝ່າຍພ້ອມກັນສະເໜີທິດທາງແຜນການ ແລະ ວິທີການລະອຽດ.

