ວັນທີ 17 ພຶດສະພານີ້, ຢູ່ທີ່ໂຮງໝໍສະໜາມ ບ່ອນປິ່ນປົວ ກໍລະນີຜູ້ຕິດເຊື້ອພະຍາດ ໂຄວິດ-19 ໂດຍແຂວງສະຫວັນນະເຂດ ກຳນົດເອົາວິທະຍາໄລວິທະຍາສາດສຸຂະພາບແຂວງສະຫວັນນະເຂດ, ຄະນະພະແນກສາທາລະນະສຸກແຂວງສະຫວັນນະເຂດ ເຊິ່ງນຳໂດຍ ດຣ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ພ້ອມດ້ວຍຄະນະແພດຜູ້ປິ່ນປົວ ໄດ້ຮ່ວມພິທີສົ່ງ 5 ກໍລະນີທີ່ຕິດເຊື້ອ ໂຄວິດ-19 ແລະ ໄດ້ຮັບການປິ່ນປົວຈົນຫາຍດີເປັນປົກກະຕິຄື: 1.ທ້າວ ດາລາເພັດ ບ້ານ ວຽງສະຫວັນ, 2.ນາງ ບຸນທະວີ ບ້ານ ໂພນສະຫວ່າງໃຕ້, 3. ນາງ ທິບພະຈັນ ບ້ານ ນາເລົ່າ,4.ນາງ ພອນວິໄລ ບ້ານ ສຸນັນທາ,5.ນາງ ຈັນດາເພັດ ບ້ານ ສະພານໃຕ້ ທັງໝົດ 5 ຄົນ ແມ່ນຢູ່ນະຄອນໄກສອນ ພົມວິຫານ, ໄດ້ເຂົ້າຮັບການປິ່ນປົວແຕ່ວັນທີ 26 ເມສາ ລວມການປິ່ນປົວ 20 ວັນ. ເຊິ່ງມາຮອດປະຈຸບັນ ທົ່ວແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອສະສົມ 65 ຄົນ ,ໃນນີ້ປິ່ນປົວດີແລ້ວ 12 ຄົນ ຍິງ 6 ຄົນ,ຍັງຄ້າງຢູ່ສູນປິ່ນປົວ 53 ຄົນ.
ໃນພິທີຈັດສົ່ງ ດັ່ງກ່າວ ທ່ານ ດຣ ຕຽງຄຳ ປ້ອງວົງສາ ໄດ້ແນະນຳໃຫ້ອຳນາດການປົກຄອງຈົ່ງໄດ້ແນະນຳໃຫ້ປະຊາຊົນບໍ່ໃຫ້ມີຄວາມແຕກຕື່ນ,ເພາະວ່າພວກກ່ຽວແມ່ນໄດ້ຮັບການປິ່ນປົວຫາຍດີແລ້ວ,ຈົ່ງພ້ອມກັນຮັກສາ ແລະ ປ້ອງກັນຕົນເອງຕາມມາດຕະການຕ່າງໆຢ່າງເປັນປົກະຕິ,ສ່ວນຜູ້ທີ່ອອກຈາກໂຮງໝໍກໍ່ຕ້ອງສືບຕໍ່ກັກໂຕ ແລະ ຕິດຕາມອາການຂອງຕົນເອງຕື່ມອີກ 14 ວັນ,ຮັກສາມາດຕະການປ້ອງກັນທີ່ວາງອອກ,ເປັນຕົ້ນແມ່ນການລ້າງມືດ້ວຍສະບູຫຼືໃຊ້ເຈວ ,ຮັກສາໄລຍະຫ່າງ,ຫ້າມເຂົ້າໄປບ່ອນຊຸມນຸມຊົນ,ໃຊ້ຜ້າອັດປາກ-ດັງ ແລະ ອື່ນໆ.