ກະຊວງການເງິນ ຊີ້ແຈງຫຼາຍບັນຫາກ່ຽວກັບຜົນການກວດສອບແຫ່ງລັດ ແລະ ກວດກາແຫ່ງລັດ

ວັນທີ 8 ພະຈິກ 2023 ກະຊວງການເງິນ ຊີ້ແຈງຫຼາຍບັນຫາທີ່ພົວພັນກັບກະຊວງການເງິນ ກ່ຽວກັບຜົນການກວດສອບແຫ່ງລັດ ແລະ ກວດກາແຫ່ງລັດ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ. ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງ ວ່າ: ຄໍາຖາມທີ 1: ການຈັດຕັ້ງປະຕິບັດ ມະຕິ 77/ສພຊ ເປັນຕົ້ນ ການແກ້ໄຂ 5 ກົມ ຂອງກະຊວງການເງິນ ແລະ ບັນຫາອື່ນໆ ກະຊວງການເງິນ ໄດ້ແກ້ໄຂຄືແນວໃດ? ທິດທາງຕໍ່ໜ້າຈະແກ້ໄຂແນວໃດໃຫ້ຂາດຕົວ.
ທ່ານໄດ້ຊີ້ແຈງດັ່ງນີ້: ການແກ້ໄຂຜົນການກວດສອບ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 14/ສພຊ ຢູ່ 7 ກົມຂອງກະຊວງການເງິນ ຕາມບົດບັນທຶກຜົນການກວດສອບ ມີທັງໝົດ 136 ກໍລະນີ, ໃນນີ້: 1 ຕາມຜົນການກວດສອບ ມີ 115 ກໍລະນີ, ໄດ້ແກ້ໄຂຂາດຕົວ 47 ກໍລະນີ ເປັນເງິນ 127,42 ຕື້ກີບ ແລະ 2,89 ລ້ານໂດລາ (ໄດ້ມອບເຂົ້າງົບປະມານແລ້ວ); ແກ້ໄຂບໍ່ຂາດຕົວ (ສືບຕໍ່) ມີຈຳນວນ 46 ກໍລະນີ ແລະ ບໍ່ໄດ້ຮັບການແກ້ໄຂ 22 ກໍລະນີ, 2 ສໍາລັບການແກ້ໄຂຕາມມະຕິສະພາແຫ່ງຊາດ 21 ກໍລະນີ, ໄດ້ຮັບການແກ້ໄຂຂາດຕົວ 2 ກໍລະນີ ເປັນເງິນ 8,54 ຕື້ກີບ (ໄດ້ມອບເຂົ້າງົບປະມານແລ້ວ); ແກ້ໄຂບໍ່ຂາດຕົວ (ສືບຕໍ່) 7 ກໍລະນີ ແລະ ຍັງບໍ່ໄດ້ຮັບການແກ້ໄຂ 12 ກໍລະນີ.
ນອກຈາກນີ້, ຍັງໄດ້ດຳເນີນການແກ້ໄຂຜົນຂອງການກວດກາ ດັ່ງນີ້: 1. ໄດ້ເລັ່ງທວງໜີ້ຄ້າງມອບ ຕາມສັນຍາຊື້-ຂາຍໄມ້ຢຶດຕາມຄຳສັ່ງ ສະບັບເລກທີ 15/ນຍ ຕາມຂໍ້ຕົກລົງສະບັບເລກທີ 3200/ກງ, ລົງວັນທີ 01 ທັນວາ 2020, ສາມາດເກັບກູ້ເງິນໄດ້ຈຳນວນ 5,09 ຕື້ກີບ ແລະ 7.000 ໂດລາ, 2. ລົງແກ້ໄຂໜີ້ສິນຈາກຜົນການກວດກາໂຄງການລົງທຶນຂອງລັດ ໃນຂອບເຂດທົ່ວປະເທດ (ໂຄງການທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ແລະ 10 ຕື້ກີບລົງມາ ຕາມແຈ້ງການ ສະບັບເລກທີ 130/ຫສນຍ) ຈຳນວນ 241 ໂຄງການ ທີ່ຕ້ອງເກັບກູ້ເງິນຄືນທັງ ໝົດ 266,30 ຕື້ກີບ ແລະ 294.567 ໂດລາ, ກະຊວງການເງິນ ໄດ້ລົງເກັບກຳຂໍ້ມູນ ແລະ ຊຸກຍູ້ການແກ້ໄຂທັງໝົດ 15 ແຂວງ. ປັດຈຸບັນ, ກຳລັງສັງລວມ ຜົນການກວດກາຄືນ ຕາມຄວາມເປັນຈິງ ແລະ ສັງລວມໂຕເລກຜົນການກວດກາໃຫ້ຊັດເຈນເສຍກ່ອນ ຈຶ່ງຈະລາຍງານໃນຂັ້ນຕອນຕໍ່ໄປ, 3. ການແກ້ໄຂ້ຜົນການກວດກາ ແລະ ເກັບກູ້ເງິນ ຈຳນວນ 31 ຫົວໜ່ວຍທຸລະກິດ ປ່ອຍຜ່ານ 2 ທະນາຄານທຸລະກິດ. ຜ່ານການສັງລວມ ເຫັນວ່າ ຍັງເຫຼືອ 23 ຫົວໜ່ວຍທຸລະກິດ ລວມມີ 28 ສັນຍາແຈກຢາຍຢູ່ 9 ແຂວງ, ມີໜີ້ສິນທັງໝົດ ຈຳນວນ 82,21 ຕື້ກີບ, ສາມາດເກັບກູ້ຄືນ ຈຳນວນ 1 ຕື້ກີບ, ສ່ວນທີ່ຍັງເຫຼືອ ຈະສົມທົບກັບຫົວໜ່ວຍທຸລະກິດ ສືບຕໍ່ເລັ່ງທວງ, 4. ສຳລັບການແກ້ໄຂຜົນການກວດກວດກາ ຕາມມະຕິ ສະບັບເລກທີ 77/ສພຊ, ລົງວັນທີ 30 ທັນວາ 2022 ຜ່ານມາ, ກະຊວງການເງິນ ກໍໄດ້ສະເໜີອົງການກວດກາແຫ່ງລັດ ເພື່ອສະໜອງຂໍ້ມູນ ຜົນຂອງການກວດກາຕາມມະຕິດັ່ງກ່າວເປັນຕົ້ນ: ບົດບັນທຶກຜົນຂອງການກວດກາກັບບັນດາຫົວໜ່ວຍວິສາຫະກິດ. ແຕ່ເຖິງຢ່າງໃດກໍຕາມ, ກະຊວງການເງິນ ຈະສືບຕໍ່ອອກແຈ້ງການໄປຫາເປົ້າໝາຍທີ່ກ່ຽວຂ້ອງ ເພື່ອກະກຽມຂໍ້ມູນ ແລະ ເຮັດວຽກຮ່ວມ ກັບຄະນະກວດກາ ຕາມລະບຽບການ.
ຄຳຖາມທີ 2: ການຈັດຕັ້ງປະຕິບັດ ມະຕິ 76/ສພຊ ເປັນຕົ້ນການໄຈ້ແຍກລາຍຮັບ-ລາຍຈ່າຍ ທີ່ກວດເຫັນເພີ່ມ ອັນໃດສາມາດເກັບກູ້ໄດ້ແລ້ວມອບເຂົ້າງົບປະມານ ແລະ ໃຫ້ລັດຖະບານສະເໜີດັດແກ້ແຜນງົບປະມານ 6 ເດືອນທ້າຍປີ 2023, ສ່ວນທີ່ຍັງບໍ່ທັນເກັບກູ້ຄືນໄດ້ ໃຫ້ກວດກາຄວາມຮັບຜິດຊອບຂອງຫົວໜ່ວຍງົບປະມານທີ່ຖືກກວດສອບ ແລະ ມີມາດຕະການແກ້ໄຂຢ່າງເຂັ້ມງວດ ແລະ ເດັດຂາດຕໍ່ຫົວໜ່ວຍງົບປະມານທີ່ລະເມີດ ກະຊວງໄດ້ຈັດຕັ້ງປະຕະບັດຄືແນວໃດ. ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຄືແນວໃດ?.
ທ່ານໄດ້ຊີ້ແຈງວ່າ: ກ່ຽວກັບບັນຫາດັ່ງກ່າວ ໄດ້ຊີ້ແຈງຕໍ່ກອງປະຊຸມອາທິດຜ່ານແລ້ວ ຊຶ່ງໄດ້ແກ້ໄຂ 9 ແຂວງ ເປັນເງິນ 694 ຕື້ກີບ ແລະ 1,29 ລ້ານໂດລາ (ເທົ່າກັບ 24%) ແລະ ໄດ້ມອບເຂົ້າເປັນລາຍຮັບງົບປະມານແລ້ວ. ສ່ວນທີ່ຍັງເຫຼືອ 8 ແຂວງ, 1 ນະຄອນຫຼວງວຽງຈັນ ແລະ 5 ກະຊວງ ກໍາລັງດໍາເນີນແກ້ໄຂ.
ຄຳຖາມທີ 3: ຕາມຜົນຂອງການກວດສອບປະຈໍາປີ 2023 ເຫັນຫຼາຍບັນຫາ ຕິດພັນກັບກະຊວງການເງິນ. ຕໍ່ກັບການສະເໜີ 3 ມາດຕະການປັບປຸງແກ້ໄຂຜົນການກວດສອບ: (1) ມາດຕະການທາງດ້ານເສດຖະກິດ, (2) ມາດຕະການປັບປຸງ, ແກ້ໄຂທາງດ້ານນິຕິກໍາ, (3) ມາດຕະການດ້ານຄວາມຮັບຜິດຊອບແຕ່ລະຂັ້ນ, ກະຊວງຈະມີທິດທາງແກ້ໄຂຄືແນວໃດ.ຄວນມີການກໍານົດໄລຍະເວລາແກ້ໄຂຄືແນວໃດ ?.
ທ່ານໄດ້ຊີ້ແຈງວ່າ: ບັນຫາດັ່ງກ່າວ ຕິດພັນກັບ ການຈັດຕັ້ງປະຕິບັດ 12 ມາດຕະການ ຕໍ່ກະຊວງການເງິນ ໃນການປັບປຸງແກ້ໄຂຜົນຂອງການກວດສອບ, ປະກອບມີ 3 ມາດຕະການ ດ້ານເສດຖະກິດ, ປັບປຸງ-ແກ້ໄຂ ດ້ານນິຕິກໍາ ແລະ ດ້ານຄວາມຮັບຜິດຊອບ.