ສປປ ເກົາຫລີ ພົບມີຄົນເປັນໄຂ້ 1,2 ລ້ານຄົນ ທ່ານ ກິມຈອງອຸນ ສັ່ງທະຫານເລັ່ງແຈກຢາສູ້ໂຄວິດ

ສປປ ເກົາຫລີ ພົບຄົນມີໄຂ້ເພີ່ມເປັນ 1,2 ລ້ານຄົນ, ແຕ່ຢືນຢັນບໍ່ໄດ້ວ່າປ່ວຍໂຄວິດ ຫລື ບໍ່ ເພາະຊຸດກວດບໍ່ພຽງພໍ. ຂະນະທີ່ ທ່ານ ກິມຈອງອຸນ ຕຳໜິເຈົ້າໜ້າທີ່ ຊີ້ເອົາແຕ່ອ້າງຈົງຮັກພັກດີແຕ່ບໍ່ແກ້ໄຂວິກິດ ສັ່ງທະຫານຊ່ວຍແຈກຢາຄວບຄຸມໂຄວິດ.
ວັນທີ 16 ພຶດສະພາ 2022, ເວັບໄຊ SCMP ສື່ພາສາອັງກິດໃນຮົງກົງລາຍງານວ່າ: ທາງການ ສປປ ເກົາຫລີ ລາຍງານສະຖານະການສາທາລະນະສຸກໃນວັນທີ 16 ພຶດສະພາ ຫລັງພົບການລະບາດຂອງໂຄວິດ-19 ໃນປະເທດຄັ້ງທຳອິດໃນວັນທີ 12 ພຶດສະພາຜ່ານມາວ່າ: ພົບປະຊາຊົນປ່ວຍເປັນໄຂ້ເພີ່ມຂຶ້ນອີກ 392.920 ຄົນ ເຮັດໃຫ້ຕອນນີ້ມີຊາວ ສປປ ເກົາຫລີ ມີອາການໄຂ້ແລ້ວປະມານ 1,2 ລ້ານຄົນ ຈາກປະຊາກອນທົ່ວປະເທດ 26 ລ້ານຄົນ.
ຂະນະດຽວກັນມີປະຊາຊົນເສຍຊີວິດຈາກອາການດັ່ງກ່າວເພີ່ມອີກ 8 ຄົນ ເຮັດໃຫ້ຕົວເລກຜູ້ເສຍຊີວິດເພີ່ມເປັນ 50 ຄົນແລ້ວ.
ເຖິງຢ່າງໃດກໍຕາມ, ທາງການ ສປປ ເກົາຫລີ ບໍ່ສາມາດຢືນຢັນໄດ້ວ່າ: ຜູ້ປ່ວຍມີໄຂ້ໃນປະເທດປ່ວຍຈາກໂຄວິດ-19 ຫລື ບໍ່ ເຊິ່ງຜູ້ຊ່ຽວຊານຊີ້ວ່າ: ສາເຫດທີ່ເປັນແບບນີ້ຍ້ອນທາງການ ສປປ ເກົາຫລີ ຂາດເຂີນອຸປະກອນກວດເຊື້ອໂຄວິດ-19.
ໃນວັນທີ 15 ພຶດສະພາ, ທ່ານ ກິມຈອງອຸນ ຜູ້ນຳສູງສຸດ ສປປ ເກົາຫລີ ຮຽກປະຊຸມສຸກເສີນ ໂດຍທ່ານໄດ້ກ່າວໃນກອງປະຊຸມວິພາກວິຈານການເຮັດວຽກຂອງເຈົ້າໜ້າທີ່ລະດັບສູງ ແລະ ເຈົ້າໜ້າທີ່ສາທາລະນະສຸກຢ່າງຮຸນແຮງ.
ຜູ້ນຳສູງສຸດ ສປປ ເກົາຫລີ ລະບຸວ່າ: ເຈົ້າໜ້າທີ່ລະດັບສູງໃນຄະນະລັດຖະບານ ແລະ ເຈົ້າໜ້າທີ່ສາທາລະນະສຸກທີ່ເບິ່ງແຍງເລື່ອງນີ້ດີແຕ່ອ້າງເຖິງຄວາມຈົງຮັກພັກດີທີ່ຈະເບິ່ງແຍງປະຊາຊົນ, ແຕ່ບໍ່ຍອມເຮັດວຽກໜັກ ແລະ ບໍ່ຄຳນຶງເຖິງສະຖານະການທີ່ກຳລັງເປັນວິກິດໃນຕອນນີ້.
ຂະນະດຽວກັນ, ເວັບໄຊ Al Jazeera ລາຍງານວ່າ: ພົບປະຊາຊົນໃນ ສປປ ເກົາຫລີ ສ່ວນຫລາຍທີ່ເສຍຊີວິດຈາກການໃຊ້ຢາໂດຍບໍ່ລະວັງ ເພາະຂາດຄວາມຮູ້ ແລະ ຄວາມເຂົ້າໃຈໃນການໃຊ້ຢາ ລວມທັງຂາດຄວາມຮູ້ກ່ຽວກັບໄວຣັສໂຄວິດ-19 ສາຍພັນໂອມິຄຣອນ.
ລາຍງານລະບຸວ່າ: ກ່ອນໜ້ານີ້ ລັດຖະບານ ສປປ ເກົາຫລີ ສັ່ງໃຫ້ນຳເອົາສາງຢາຂອງປະເທດໄປແຈກຢາຍໃຫ້ປະຊາຊົນແລ້ວ, ແຕ່ຢາດັ່ງກ່າວພັດໄປບໍ່ຮອດມືປະຊາຊົນທັນເວລາ ເຮັດໃຫ້ຊັກຊ້າ, ຜູ້ນຳສູງສຸດ ສປປ ເກົາຫລີ ສັ່ງໃຫ້ກອງທັບເຂົ້າມາຊ່ວຍແກ້ໄຂເລື່ອງການແຈກຢາຍຢາໃຫ້ປະຊາຊົນ.
ອ້າງອີງ:

