ທ່ານ ບອງບອງ ມາຣກອດ ຊະນະເລືອກຕັ້ງຜູ້ນຳຟີລິບປິນ ເຜີຍເລັ່ງແກ້ໄຂບັນຫາເສດຖະກິດ

ທ່ານ ບອງບອງ ມາຣກອດ ໃຫ້ຄຳໝັ້ນຈະແກ້ໄຂບັນຫາເສດຖະກິດ ແລະ ວິກິດອື່ນໆ ຫລັງຜົນການເລືອກຕັ້ງປະທານາທິບໍດີບໍ່ເປັນທາງການຊີ້ວ່າ: ທ່ານໄດ້ຮັບໄຊຊະນະຢ່າງຂາດລອຍ.

ເວັບໄຊຂ່າວ ແຊນເນລນິວເອເຊຍ ລາຍງານວ່າ: ທ່ານ ບອງບອງ ມາຣກອດ  ກ່າວປາໄສໃນວັນທີ 11 ພຶດສະພາ 2022 ຫລັງຈາກຜົນງການນັບຄະແນນບໍ່ເປັນທາງການຂອງການເລືອກຕັ້ງປະທານາທິບໍດີຟີລິບປິນໃນວັນທີ 9 ພຶດສະພາ ຜ່ານມາ ຊີ້ວ່າ: ທ່ານ ເປັນຜູ້ຊະນະ ໂດຍມີຄະແນນນຳຫ່າງຈາກຄູ່ແຂ່ງອັນດັບທີ 2 ຫລາຍກວ່າ 30%.

ການປາໄສຂອງທ່ານ ບອງບອງ ມາຣກອດ ເນັ້ນເລື່ອງຄວາມສາມັກຄີພາຍໃນປະເທດ ແລະ ເປີດເຜີຍແຜນການຫລັງຈາກລັດຖະບານຂອງທ່ານຮັບຊ່ວງບໍລິຫານປະເທດ “ຂ້າພະເຈົ້າໄດ້ຮັບການຊີ້ນຳຂໍ້ແທ້ຈິງທີ່ວ່າ 31 ລ້ານສຽງໂຫວດເພື່ອຄວາມເປັນອັນໜຶ່ງອັນດຽວ” ທ່ານ ບອງບອງ ມາຣກອດ ອາຍຸ 64 ປີ ກ່າວຢູ່ສຳນັກງານໃຫຍ່ຂອງທ່ານໃນເມືອງມັນດາລູຢອງ ຊິຕີ້.

ທ່ານ ບອງບອງ ມາຣກອດ ກ່າວອີກວ່າ: ສິ່ງທີ່ທ່ານໃຫ້ຄວາມສຳຄັນທີ່ສຸດ ລວມທັງການແກ້ໄຂບັນຫາເສດຖະກິດທີ່ເກີດຈາກການລະບາດຂອງໄວຣັສໂຄວິດ-19 ເຊິ່ງຍັງດຳເນີນຢູ່ ແລະ ວິກິດອື່ນໆ “ຂ້າພະເຈົ້າຈະແກ້ໄຂບັນຫາເຫລົ່ານີ້ກ່ອນ ວິກິດເສດຖະກິດ, ວິກິດພະລັງງານ, ການຂາດເຂີນການຈ້າງງານ, ການສຶກສາ ແລະ ໂຄງລ່າງພື້ນຖານ ບັນຫາເຫລົ່ານີ້ຈະເປັນເລື່ອງສຳຄັນໃນ 2-3 ປີຕໍ່ໜ້າ”. ທ່ານ ບອງບອງ ມາຣກອດ ເປັນລູກຊາຍພຽງຄົນດຽວຂອງອະດີດປະທານາທິບໍດີ ເຟີດິນານ ມາຣກອດ ຜູ້ລ່ວງລັບ.