ວິທີກຳຈັດໜູ-ໄລ່ໜູອອກຈາກເຮືອນ.

- ໃຊ້ກິ່ນໄລ່ໜູ : ວິທີກຳຈັດໜູ-ໄລ່ໜູທີ່ງ່າຍ ແລະ ໄດ້ຜົນດີ ແມ່ນການໃຊ້ກິ່ນທີ່ໜູບໍ່ມັກເພື່ອເຮັດໃຫ້ພວກມັນຍ້າຍອອກຈາກເຮືອນໄປເອງ, ເລີ່ມຕົ້ນປະຕິບັດການກຳຈັດໜູໃນເຮືອນໂດຍກິ່ນ ເລືອກສິ່ງທີ່ມີກິ່ນຂິວຕໍ່ໄປນີ້ ແລ້ວເອົາໄປວາງຕາມບໍລິເວນຝາເຮືອນ, ແຈຝາ, ເພດານ, ມຸມອັບ, ຝາທໍ່ນຳ້ ຫລື ຖັງຂີ້ເຫຍື້ອ.
- ສະໝຸນໄພກິ່ນຂິວ : ໃບພູ ມີກິ່ນຂິວຄ້າຍຢາ ແລະ ມີກິ່ນຕິດດົນ ຈຶ່ງເໝາະສົມທີ່ຈະເອົາໃຊ້ໄລ່ໜູໄດ້, ຂ່າ, ໝາກຂີ້ຫູດ, ໝາກຍໍ ແລະ ຜັກທຽມສາມາດໄລ່ໜູໄດ້ຄືກັນ.
- ນຳ້ມັນ ຫລື ນຳ້ຢາສະໝຸນໄພກິ່ນຂິວ : ອີກວິທີກຳຈັດໜູ – ໄລ່ໜູດ້ວຍສະໝຸນໄພ ແນະນຳໃຫ້ວາງພາຊະນະຂະໜາດນ້ອຍໃສ່ນຳ້ມັນສົນ, ນຳ້ມັນຫອມລະເຫີຍເປັບເປີມິ້ນ (ຜັກຫອມລາບ) ຫລື ນຳ້ຢາສະໝຸນໄພໄລ່ໜູ.
- ກ້ອນຂິວໄລ່ໜູ : ກິ່ນຂິວຂອງສະໝຸນໄພທຳມະຊາດທີ່ໜູບໍ່ມັກ ເຊິ່ງທັງປອດໄພ, ສະດວກໃຊ້ງານ ແລະ ລາຄາບໍ່ແພງ ກໍສາມາດໄລ່ໜູໄດ້ຜົນ.
- ກ້ອນເໝັນ : ສາມາດໄລ່ໜູ, ໄລ່ມົດ, ໄລ່ແມງສາບ ແລະ ແມງໄມ້ລົບກວນທົ່ວໄປໄດ້ນຳ.
- ເບກກິ້ງໂຊດາ : ນອກຈາກການມີກິ່ນໄລ່ໜູ ເຮັດໃຫ້ໜູໜີອອກຈາກເຮືອນແລ້ວ ຍັງເປັນໜຶ່ງໃນສ່ວນປະກອບການປຸງແຕ່ງອາຫານ ແລະ ເຂົ້າໜົມ ພ້ອມສາລະພັດປະໂຫຍດ.
- ໃຊ້ສຽງດັງໄລ່ໜູ : ໜູເປັນສັດຂີ້ຕົກໃຈ ພຽງແຕ່ຈຸດກະໂພກໃກ້ບໍລິເວນທີ່ໜູອາໄສຢູ່ ກໍຈະພາກັນແລ່ນໜີອອກຈາກເຮືອນໄປຢ່າງແນ່ນອນ, ແຕ່ເພື່ອຄວາມປອດໄພ ໃຫ້ເປີດຄລິບສຽງຈຸດກະໂພກແທນການຈຸດແທ້ໆກໍໄດ້.
- ໃຊ້ກົງດັກໜູ : ເປັນວິທີກຳຈັດໜູແບບດັ້ງເດີມທີ່ໄດ້ຜົນດີ ພຽງວາງເສດອາຫານທີ່ໜູມັກເປັນເຫຍື່ອລໍ້ ວາງກົງໄວ້ບໍລິເວນເສັ້ນທາງແລ່ນຫາອາຫານຂອງໜູ ເຊັ່ນ : ໃກ້ຝາເຮືອນ, ຂ້າງຖັງຂີ້ເຫຍື້ອ ແລ້ວກໍພຽງແຕ່ລໍຖ້າໃຫ້ໜູມາຕິດກັບ ແລະ ເອົາໄປປ່ອຍຖິ້ມໄກເຮືອນ.
- ລ້ຽງແມວ : ເປັນທີ່ຮູ້ຈັກກັນດີວ່າມີແມວຢູ່ບ່ອນໃດ ບໍ່ມີໜູຢູ່ບ່ອນນັ້ນ ເພາະໜູເປັນອາຫານຂອງແມວ ດັ່ງນັ້ນ ຫາກທ່ານເປັນຄົນຮັກແມວ ນີ້ເປັນວິທີການກຳຈັດໜູ ໄລ່ໜູທີ່ມີປະສິດທິພາບອີກວິທີໜຶ່ງ.
- ປິດຊ່ອງທາງແລ່ນຂອງໜູ : ໜູມັກແລ່ນໄປຕາມທໍ່ນຳ້, ແຈ ຫລື ຊ່ອງນ້ອຍໆຕາມຫລັງຄາເຮືອນ, ເພດານ, ຮູກຳແພງ ເປັນຕົ້ນ ຈຶ່ງແນະນຳໃຫ້ປິດເສັ້ນທາງເຂົ້າອອກເຫລົ່ານີ້ເພື່ອປ້ອງກັນບໍ່ໃຫ້ໜູແລ່ນເຂົ້າມາໃນເຮືອນໄດ້.
- ຈັດແຕ່ງເຮືອນໃຫ້ໂລ່ງ ແລະ ເປັນລະບຽບ : ໜູມັກອາໄສຢູ່ຕາມບໍລິເວນຮົກເຮື້ອ ເຊັ່ນ : ກອງໄມ້, ກອງເຈ້ຍ, ຕູ້ມ້ຽນສິ່ງຂອງທີ່ຮົກ ຈຶ່ງຄວນຈັດເຮືອນໃຫ້ເປັນລະບຽບ ເພື່ອບໍ່ໃຫ້ເປັນການອຳນວຍຄວາມສະດວກໃຫ້ໜູໃຊ້ເຮັດຮັງ.
- ເບິ່ງແຍງຮັກສາໃຫ້ສະອາດປາສະຈາກໜູ : ຕົ້ນເຫດສຳຄັນທີ່ໜູອົບພະຍົບມາຢູ່ໃນເຮືອນແມ່ນອາຫານ ສະນັ້ນ ຈຶ່ງຄວນໝັ່ນເຮັດຄວາມສະອາດເຮືອນ ບໍ່ໃຫ້ມີເສດອາຫານເຫລືອຢູ່ ຫລື ຕົກເຮ່ຍຕາມບ່ອນຕ່າງໆ ເມື່ອບໍ່ມີອາຫານ ກໍຈະບໍ່ມີກິ່ນທີ່ເຊີນຊວນໜູໃຫ້ມາຢ້ຽມຢາມ.
