Facebook ໄດ້ເປີດຕົວແອັບພລິເຄຊັນ Horizon Workrooms ເພື່ອຮອງຮັບການປະຊຸມອອນລາຍແບບໃໝ່ໂດຍນໍາໃຊ້ອຸປະກອນ VR
ໃນຍຸກຂອງການແພ່ລະບາດຂອງໂຄວິດ-19 ຫຼາຍໆປະເທດກໍໄດ້ເລີ່ມມີການໃຫ້ເຮັດວຽກຢູ່ບ້ານໃຜເຮືອນລາວ ທີ່ເອີ້ນວ່າ work from home ເຊິ່ງເຮັດໃຫ້ບັນດາເພື່ອນຮ່ວມງານ ແລະ ຫົວໜ້າ ບໍ່ສາມາດມາຮ່ວມກັນປຶກສາຫາລື ຫລື ປະຊຸມກັນຢູ່ພາຍໃນຫ້ອງການໄດ້, ເຮັດໃຫ້ການປະຊຸມອອນລາຍນັ້ນເປັນສິ່ງທີ່ຫລາຍໆບໍລິສັດເລືອກທີ່ຈະໃຊ້ເພື່ອຈັດການປະຊຸມຂຶ້ນບໍ່ວ່າຈະເປັນທາງ Skype, Google meet ຫຼື ໂປຣແກຣມຕ່າງໆທີ່ໃຊ້ໃນການສື່ສານທາງໄກ.
ເຊິ່ງທາງບໍລິສັດ Social Media ຂະໜາດໃຫຍ່ຢ່າງ Facebook ກໍໄດ້ມີການເປີດຕົວແອັບພລິເຄຊັນທີ່ຊື່ວ່າ Horizon Workrooms ເພື່ອຮອງຮັບການປະຊຸມອອນລາຍໂດຍໃຊ້ອຸປະກອນ VR ລຸ່ນ Oculus Quest 2 ເຮັດໃຫ້ເກີດມີຮູບພາບຈໍາລອງການປະຊຸມແບບເໝືອນຈິງ ແລະ ໃຫ້ຜູ້ໃຊ້ສາມາດສ້າງຕົວລະຄອນ ຫຼື Avatar ເປັນຂອງຕົວເອງເພື່ອເພີ່ມສີສັນໃນການປະຊຸມໄດ້.
ໂດຍໃນການນໍາສະເໜີງານໃນການປະຊຸມແມ່ນຈະໃຊ້ Controller ຈາກຕົວ VR ມາເປັນໂຕກາງໃນການສື່ສານບໍ່ວ່າຈະເປັນການຂຽນ White Board, ການພິມລາຍງານ, ການສ້າງເອກະສານຕ່າງໆ. ໂດຍສາມາດຮອງຮັບຜູ້ໃຊ້ໄດ້ສູງສຸດ 16 ຄົນ ແລະ ແບບວິດີໂອຄໍທໍາມະດາແມ່ນໄດ້ສູງສຸດຮອດ 50 ຄົນ, ສ່ວນຄົນທີ່ບໍ່ມີອຸປະກອນ VR ກໍຍັງສາມາດໃຊ້ໄດ້ເຊັ່ນກັນພຽງແຕ່ຈະບໍ່ສາມາດເຂົ້າເຖິງການໃຊ້ງານແອັບພລິເຄຊັນດັ່ງກ່າວໄດ້ຢ່າງເຕັມທີ່.
ສໍາລັບແອັບພລິເຄຊັນດັ່ງກ່າວແມ່ນໄດ້ເປິດໃຫ້ດາວໂຫລດ beta ໃນບາງປະເທດໃຫ້ທົດລອງນໍາໃຊ້ແລ້ວ ສ່ວນປະເທດລາວເຮົາແມ່ນຍັງຕ້ອງຖ້າເບິ່ງອັບເດດຕໍ່ໄປວ່າຈະສາມາດນໍາມາໃຊ້ໃນປະເທດໄດ້ໃນມື້ໃດ.

