ຄອບຄົວເກລເຊີ ປະກາດຂາຍ ສະໂມສອນ ແມນເຊັສເຕີ ຢູໄນເຕັດ ພ້ອມຮັບຟັງທຸກຂໍ້ສະເໜີ

ພາຍຫລັງທີ່ສະໂມສອນປະກາດແຍກທາງກັບ ຄຣິສເຕຍໂນ ໂຣນັລໂດ້ ດາວເຕະຊຸບເປີສະຕາຊາວໂປຣຕຸເກດ, ຜູ້ບໍລິຫານຂອງ ແມນເຊັສເຕີ ຢູໄນເຕັດ ໄດ້ອອກປະກາດສະບັບໃໝ່ ທີ່ມີເນື້ອຫາໃຈຄວາມວ່າພວກເຂົາກໍາລັງຊອກຫາຄວາມເປັນໄປໄດ້ຂອງການຂາຍສະໂມສອນໃຫ້ກັບຜູ້ທີ່ສົນໃຈໃນການຄອບຄອງທຸລະກິດ.

ອັຟຣາມ ແລະ ໂຈເອລ ເກລເຊີ ສອງຜູ້ບໍລິຫານຂອງທີມ ອອກຖະແຫລງການຜ່ານເວັບໄຊຂອງ “ຜີສາດແດງ” ໂດຍລະບຸວ່າກຳລັງຊອກຫາກົນລະຍຸດໃນການຈັດການທີມ ລວມທັງການລົງທຶນໃຫມ່ພາຍໃນສະໂມສອນ ຊຶ່ງຫມາຍເຖິງການຂາຍສະໂມສອນ ຫລື ທຸລະກໍາອື່ນໆທີ່ກ່ຽວຂ້ອງກັບການພັດທະນາຂອງທີມຕໍ່ໄປຂ້າງໜ້າ ເຊິ່ງເຂົາພ້ອມທີ່ຈະຮັບຟັງທຸກຂໍ້ສະເໜີທີ່ເຂົ້າມາ

“ພວກເຮົາຈະປະເມີນທາງເລືອກທີ່ເຂົ້າມາທັງຫມົດ ເພື່ອຮັບປະກັນວ່າພວກເຮົາຈະມອບສິ່ງທີ່ດີທີ່ສຸດສໍາລັບແຟນບານຂອງພວກເຮົາ ແລະ ແມນເຊັສເຕີ ຢູໄນເຕັດ ທີ່ຈະໄດ້ເພີ່ມໂອກາດທີ່ຈະຂະຫຍາຍຕົວສໍາລັບສະໂມສອນໃນປັດຈຸບັນ ແລະ ອະນາຄົດ.”